ທ່ານ ອານຸພາບ ວົງລະຄອນ, ຮອງຜູ້ຈັດການບໍລິສັດໄຊຍະບູລີພາວເວີ ໄດ້ເປີດເຜີຍໃນວັນທີ 24 ພະຈິກ 2017 ກ່ຽວກັບຄວາມຄືບໜ້າຂອງການກໍ່ສ້າງເຂື່ອນໄຟຟ້າພະລັງນໍ້າໄຊຍະບູລີ ເຊິ່ງການກໍ່ສ້າງໄດ້ເລີ່ມລົງມືແຕ່ປີ 2012 ແລະ ຮອດປີ 2019 ແມ່ນຈະໃຫ້ສຳເລັດ, ແລ້ວເປີດເຄື່ອງຜະລິດໄຟຟ້າຈຳໜ່າຍຂາຍໃຫ້ປະເທດໄທ ແລະ ຈຳນວນໜຶ່ງໃຊ້ໃນປະເທດ ເຊິ່ງມາຮອດປັດຈຸບັນສຳເລັດແລ້ວ 85%.
ໂຄງການໄຟຟ້າພະລັງນໍ້າໄຊຍະບູລີ ໄດ້ຮັບການອອກແບບໂດຍວິສະວະກອນຊັ້ນນຳ ຊາວເອັນຈິເນຍຣິງ (Sound Engineering) ດ້ານໄຟຟ້າພະລັງນໍ້າ, ໂດຍວິສະວະກອນທີ່ປຶກສາທີ່ມີປະສົບການ ແລະ ຄວາມຊ່ຽວຊານສູງໃນລະດັບສາກົນ ເຊັ່ນ: ບໍລິສັດ ພອຍຣີ (PoyRy), ບໍລິສັດ ເອເອຟຄອມເຊົາ (AF-Comsuit) ຈາກປະເທດສະວິດເຊີແລນ, ບໍລິສັດ ຊີເອັນອາ (CNR) ຈາກປະເທດຝຣັງ ແລະ ບໍລິສັດ ທີມກຣຸບ (TEAMGROUP) ຈາກປະເທດໄທ, ລັກສະນະຂອງເຂື່ອນ ເປັນເຂື່ອນນໍ້າໄຫຼໂດຍສະເລ່ຍການໄຫຼຂອງນໍ້າແມ່ນ 4,000 ແມັດກ້ອນຕໍ່ວິນາທີ, ມີຄວາມສູງ 28.5 ແມັດ, ຄວາມກ້ວາງຂອງສັນເຂື່ອນ 820 ແມັດ, ມີບານປະຕູລະບາຍນໍ້າ 7 ປ່ອງ ແລະ ບານປະຕູລະບາຍສິ່ງເສດເຫຼືອ 4 ປ່ອງ, ມີຊ່ອງທາງເຮືອຂຶ້ຶຶຶຶຶຶນລ່ອງກວ້າງ 12 ແມັດ, ຍາວ 700 ແມັດ ສາມາດຮັບຮອງເຮືອຂົນສົ່ງສິນຄ້າໄດ້ 500 ໂຕນ, ເຂື່ອນດັ່ງກ່າວມີກຳລັງຕິດຕັ້ງໄຟຟ້າທັງໝົດ 1,285 ເມກາວັດ, ມີ 8 ຊຸດ.
ໃນນີ້, ມີເຄື່ອງກຳເນີດໄຟຟ້າ ຂະໜາດ 175 ເມກາວັດ 7 ຊຸດ ສົ່ງໄຟຟ້າຜ່ານລະບົບສາຍສົ່ງ 500 ກິໂລໂວນ ຂາຍໃຫ້ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ດ້ວຍລາຄາ 500 ກີບຕໍ່ກິໂລວັດໂມງ ແລະ ເຄື່ອງກຳເນີດໄຟຟ້າ 60 ເມກາວັດຈຳນວນ 1 ຊຸດ ແມ່ນຈະໄດ້ສົ່ງຜ່ານສາຍສົ່ງ 115 ກິໂລໂວນ ເພື່ອຮັບໃຊ້ໃນ ສປປ ລາວ ແລະ ລວມມູນຄ່າການກໍ່ສ້າງທັງໝົດ 4 ຕື້ໂດລາສະຫະລັດ.
ທ່ານ ອານຸພາບ ວົງລະຄອນ ຍັງກ່າວຕື່ມວ່າ: ເມື່ອຮອດທ້າຍປີ 2019 ຈະໄດ້ເປີດນຳໃຊ້ຢ່າງເປັນທາງການ ເຊິ່ງເຂື່ອນດັ່ງກ່າວຈະນຳຜົນປະໂຫຍດ ໂດຍສະເພາະແມ່ນຜົນໄດ້ຮັບການເສຍອາກອນ, ເສຍຄ່າສຳປະທານ ແລະ ຖືຮຸ້ນຂອງລາວທີ່ມີຢູ່ໃນໂຄງການນີ້ ສະເລ່ຍແລ້ວກຳໄລປີໜຶ່ງຈະໄດ້ 135 ລ້ານໂດລາ, ໄລຍະສໍາປະທານໂຄງການແມ່ນແຕ່ປີ 2019 ຫາປີ 2048 ກຳນົດ 29 ປີ ເມື່ອຄົບແລ້ວແມ່ນຈະໂອນໂຄງການໃຫ້ລັດຖະບານ ສປປ ລາວ ນັບຈາກປີ 2049 ເປັນຕົ້ນໄປ.
Editor: ຫນັງສືພິມເສດຖະກິດ-ການຄ້າ