ເມື່ອບໍ່ດົນມານີ້ ຢູ່ຫ້ອງການກອງບັນຊາການ ປກສ ເມືອງວັງວຽງ, ແຂວງວຽງຈັນ ໄດ້ຈັດພິທີທຳລາຍທາດແຕກ ແລະ ໝາກກະໂພກ ທຸກຊະນິດຂຶ້ນຢ່າງເປັນທາງການ. ເຊີ່ງໃນພິທີໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພັນໂທ ດວງໃຈ ມະນີວັນ ຮອງເລຂາພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງວັງວຽງ, ມີຫົວໜ້າຫ້ອງການຮອງຫ້ອງການອ້ອມຂ້າງເມືອງ. ມີອໍານາດການປົກຄອງບ້ານ ພ້ອມດ້ວຍ ພະນັກງານໃນກອງບັນຊາການ ປກສ ເມືອງ ເຂົ້າຮ່ວມ.
ໃນພິທີ ທ່ານ ພັນຕີ ສັກສະເຫຼີມຊະນະໄຊ ຫົວໜ້າພະແນກຕຳຫຼວດ ໄດ້ຂຶ້ນຜ່ານບົດສະຫຼຸບ ຜົນຂອງການກວດກາ ຕາມແຈ້ງການຂອງບັນຊາການ ປກສ ແຂວງວຽງຈັນ ສະບັບເລກທີ 35/ປກສ, ລົງບັນທີ 3/10/2017 ວ່າດ້ວຍການມອບໝາຍໃຫ້ບັນດາເມືອງເອົາໃຈໃສກວດກາແກ້ໄຂ,ບັນດາທາດແຕກ ແລະ ໝາກກະໂພກທຸກຊະນິດ ຢູ່ໃນແຂວງວຽງຈັນ. ດັ່ງນັ້ນ, ກອງບັນຊາການ ປກສເມືອງວັງວຽງ ຈີ່ງໄດ້ສົມທົບຮ່ວມກັບກຳລັງ ປກສ ບໍລິການປະຊາຊົນທົ່ວເມືອງວັງວຽງ ໃນລົງກວດກາຕາມ ຮ້ານຂາຍເຄື່ອງຍ່ອຍ ຕາມຈຸດຕ່າງໆ ໃນ 6 ກຸ່ມບ້ານ, ໄດ້ພົບເຫັນການຂາຍໝາກກະໂພກທີ່ຕ້ອງຫ້າມຂາຍຊະນິດຕ່າງໆ ມາວາງຂາຍ ຈຳນວນ 21 ຮ້ານ, ໃນນີ້ໄດ້ມີໝາກກະໂພກ ຊະນິດ ເປັນບັ້ງໄຟ ຈໍານວນ 1.340 ບັ້ງ, ບັ້ງໄຟດອກຈໍານວນ 13 ກັບ, ເປັນບັ້ງໄຟ ຈໍານວນ 140 ກັບ, ໝາກກະໂພກ ຈໍານວນ 160 ກັບ. ຈໍານວນໝາກກະໂພກທີກອງບັນຊາການ ປກສ ເມືອງຢືດມາໄດ້ແມ່ນໄດ້ທຳລາຍຖີ້ມ, ທາງກອງບັນຊາການ ປກສ ເມືອງ ຂໍຮຽກຮ້ອງມາຍັງທ່ານພາກສ່ວນທີ່ກ່ຽວຂ້ອງຂອງເມືອງບັນດາອົງການປົກຄອງພາຍໃນເມືອງ ແລະ ຜູ້ປະກອບການຈົ່ງເປັນເຈົ້າການປະຕິບັດຕາມແຈ້ງການ ຖ້າຫາກມີຜູ້ໃດລະເມີດຕາມແຈ້ງການແມ່ນຈະໄດ້ຮຽກມາສຶກສາອົບຮົມ ແລະ ດຳເນີນຄະດີຕາມລະບຽບກົດໝາຍ.
ຕອນທ້າຍພິທີຍັງໄດ້ມອບລົດຈັກ ທີ່ຄົນຮ້າຍລັກໄປ ມອບຄືນໃຫ້ເຈົ້າຂອງເດີມ ໂດຍແມ່ນ ທ່ານ ພັນຕີ ສັກສະເຫຼີມ ຊະນະໄຊ ເປັນຜູ້ກ່າວມອບ.
ຂອບໃຈ ທີມຂ່າວ ເມືອງວັງວຽງ
Editor: ກຳປານາດ ລັດຖະເຮົ້າ