ເພື່ອເປັນການສ້າງຂະບວນການ ຕ້ອນຮັບ ວັນຊາດ 2 ທັນວາ ຄົບຮອບ 42 ປີ ໃນປີນີ້ ແລະ ທັງເປັນການຈັດຕັ້ງປະຕິບັດ ໄປຕາມແຜນນະໂຍບາຍ ໃນການບໍລິຈາກເລືອດ ລະດົມເລືອດ ໃຫ້ພຽງພໍ ກັບຄວາມຕ້ອງການ ໃນແຕ່ລະວັນ ເພື່ອຊ່ວຍເຫລືອຄົນເຈັບ ທີ່ຂາດເລືອດ-ເສຍເລຶອດ ຈາກການຜ່າຕັດ, ອຸປະຕິເຫດ ລວມທັງກໍລະນີອື່ນໆ ດັ່ງນັ້ນ ໃນທ້າຍອາທິດ ທີ່ຜ່ານມາ ສູນເລຶອດແຫ່ງຊາດ, ອົງການກາແດງລາວ ຈິ່ງໄດ້ມີແຜນ ສົມທົບຮ່ວມມື ກັບຫລາຍພາກສ່ວນ ເພື່ອຈັດກິດຈະກໍາ ບໍລິຈາກເລືອດ ເພື່ອລະດົມເລືອກ ໃຫ້ພຽງພໍ ເຊີ່ງການບໍລິຈາກເລືອດ ແມ່ນເປັນການເຮັດບຸນອີກຢ່າງຫນຶ່ງ ແລະ ເປັນຂອງຂວັນ ທີ່ສໍາຄັນ ທີ່ສຸດ ສໍາລັບຊີວິດ.
ພ້ອມກັນນີ້, ສູນບໍລິຈາກເລືອດ ແຫ່ງຊາດ ອົງການກາແດງລາວ ຍັງໄດ້ ສ້າງກິດຈະກໍາບໍລິຈາກເລືອດ ຮ່ວມກັບ ບໍລິສັດ ແນວຈິບເຊັງ ໃນວັນເສົາທີ 25 ພະຈິກ 2017 ທີ່ຜ່ານມາ ທີ່ສໍານັກງານໃຫຍ່ ນິວຈິບເຊັງ. ການບໍລິຈາກເລຶອດ ຊ່ວຍເຫລືສັງຄົມ ພາຍໃຕ້ຄໍາຂວັນ ທີ່ວ່າ: ໃຫ້ເລຶອດ ໃຫ້ຊີວິດ ເລືອຫລາຍຄົນ ກໍ່ຮູ້ດີວ່າ ມີຄວາມສໍາຄັນຫລາຍ ຕໍ່ຊິວິດຄົນເຮົາ ຂາດເລືອດ ກໍ່ຄືຂາດຊີວິດ
ຂໍ້ດີຂອງການບໍລິຈາກເລຶອດ ຄື: ຮ່າງການແຂງແຮງ, ຜິວພັນ ຫນ້າໃສ, ຫ່າງໄກຈາກພະຍາດມະເຮັງ ແລະ ຈິດໃຈດີ ມີຄວາມສຸກ
ສໍາລັບກິດຈະກໍາບໍລິຈາກເລຶອດ ຄັ້ງນີ້ ແມ່ນມີພະນັກງານ ພາຍໃນບໍລິສັດ ແລະ ມວນຊົນ ຈາກພາກສ່ວນອື່ນໆ ຮ່ວມບໍລິຈາກ ຫລາຍສົມຄວນ ເຊີ່ງເປັນການປະກອບສ່ວນສໍາຄັນ ຕໍ່ເພື່ອນມະນຸດດ້ວຍກັນ
ພິເສດ ໃນວັນທີ 30 ພະຈິກນີ້ ທາງສູນເລືອແຫ່ງຊາດ, ອົງການກາແດງລາວ ຈະໄດ້ຈັດກິດຈະກໍາບໍລິຈາກເລືອດຂື້ນ ທີ່ສູນເລືອດແຫ່ງຊາດ ເພື່ອເປັນການຕ້ອນຮັບ ວັນຊາດ ທີ 2 ທັນວາ ຄົບຮອບ 42 ປີ ໃຫ້ເປັນຂະບວນການຄຶກຄື້ນ. ນັບແຕ່ເວລາ 8 ໂມງເຊົ້າ ເຖິງ 17 ໂມງແລງ
Editor: ກຳປານາດ ລັດຖະເຮົ້າ