ເມື່ອບໍ່ດົນມານີ້ ຜ່ານມາ ຫ້ອງການສາທາລະນະສຸກເມືອງຄຳ ພ້ອມດ້ວຍທິມງານເບຼລາວ ຈາກປະເທດຝຣັ່ງ ໄດ້ລົງໃຫ້ການຊ່ວຍເຫຼືອປີ່ນປົວພະຍາດລ້າທີ່ບ້ານນາໄຊ, ກຸ່ມລ້ອງຄາວ ເມືອງຄຳ ແຂວງຊຽງຂວາງ ຢ່າງເປັນທາງການ. ໂດຍພາຍໃຕ້ການຊີ້ນຳນຳພາຂອງ ທ່ານ ດຣ ບຸນເພັງ ສົມພັນສຸກ ກຳມະການພັກເມືອງ, ຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີທ່ານ ສົມເພັດ ຄຳພົມມາລາ ປະທານສະມາຄົມເບຼລາວ ແຫ່ງປະເທດຝຣັ່ງ, ມີພະນັກງານລັດຖະກອນ, ແພດພະຍາບານ ຫ້ອງການສາທາລະນະສຸກເມືອງ ພ້ອມດ້ວຍທິມງານສະມາຄົມ ເບຼລາວປະເທດຝຣັ່ງ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ດຣ ບຸນເພັງ ສົມພັນສຸກ ຫົວໜ້າຫ້ອງການ ສາທາລະນະສຸກເມືອງ ໄດ້ໃຫ້ສໍາພາດ ພ້ອມທັງລາຍງານຈຸດປະສົງໃນການເຮັດກິດຈະກໍາ ຄັ້ງນີ້ວ່າ: ສະມາຄົມເບຼລາວ ຈາກປະເທດຝຣັ່ງໄດ້ໃຫ້ທືນການຊ່ວຍເຫຼືອ ມາເປັນເວລາ 14 ປີກວ່າ, ເຊິ່ງໃນແຕ່ລະປີສະມາຄົມເບຼລາວ ຈາກປະເທດຝຣັ່ງ ແມ່ນໄດ້ນຳເອົາແພດຊ່ຽວຊານມາປີ່ນປົວພະຍາດ ເຊັ່ນ: ແພດ ປີ່ວປົວເບົາຫວານ, ແພດປີ່ນປົວແຂ້ວ, ແພດຜ່າຕັດສົບແວ່ງ, ແລະ ແພດປີ່ນປົວທົ່ວໄປ. ມາໃນປີ 2017 ນີ້ໄດ້ໃຫ້ການຊ່ວຍເຫຼືອ ເຊີ່ງໄດ້ເລີ່ມແຕ່ຕົ້ນເດືອນພະຈິກ 2017 ຫາ ທ້າຍເດືອນພະຈິກ 2017 ແລະ ໄດ້ປີ່ນປົວ ສຸຂະພາບຢູ່ໂຮງໝໍເມືອງຄຳ ແລະ ສຸກສາລາ ເປັນຕົ້ນແມ່ນສຸກສາລາບ້ານນາໄຊ, ກຸ່ມລ້ອງຄາວ ເຊິ່ງເປັນສຸກສາລາ ທີ່ຢູ່ຫ່າງໄກຊອກຫຼີກ, ນອກຈາກນີ້ກໍ່ຍັງໄດ້ນຳເອົາເຄື່ອງອຸປະກອນການແພດຈຳນວນໜຶ່ງມາມອບໃຫ້ແກ່ໂຮງໝໍເມືອງຄຳ ແລະ ສຸກສາລາ ລວມເປັນມູນຄ່າທັງໝົດ 2 ແສນກ່ວາໂດລາສາຫາລັດ. ຈຸດປະສົງກໍ່ເພື່ອເປັນການຊ່ວຍເຫຼືອໃຫ້ແກ່ພໍ່ແມ່ປະຊາຊົນຜູ້ທຸກຍາກ ໄດ້ຮັບການປີ່ນປົວສຸຂະພາບຕ່າງໆ. ທັງນີ້ ກໍ່ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນຜູ້ທີທຸກຍາກມີສຸຂະພາບແຂງແຮງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ຄອບຄົວ ໃຫ້ນັບມື້ນັບມີບາດກ້າວຂະຫຍາຍຕົວຂື້ນເລື່ອຍໆ.
Editor: ກຳປານາດ ລັດຖະເຮົ້າ