ທ້າຍອາທິດຜ່ານມາ ໂຄງການກະສິກໍາສະອາດ ເພື່ອຫຼຸດຜ່ອນຄວາມເສຍຫາຍຈາກການທໍາລາຍພະຍາດ, ແມງໄມ້ໃນພືດຕະກຸນຖົ່ວ ແລະ ພືດຕະກຸນກະລໍ່າ ໄດ້ລົງຢ້ຽມຢາມສວນສາທິດ ກະສິກໍາສະອາດ ຢູ່ທີ່ບ້ານຜາຊ້າງ ເມືອງກາສີ, ແຂວງ ວຽງຈັນ ໂດຍການເປັນປະທານຂອງ ທ່ານ ຄຳສົດ ເພັດລາວັນ ກຳມະການພັກແຂວງເລຂາພັກເມືອງເຈົ້້າເມືອງໆກາສີ, ທ່ານ ດຣ ສະຣີນີ ຊ່ຽວຊານ ຈາກອົງການພືດຜັກໂລກ, ມີຫົວໜ້າຫ້ອງການກະສິກໍາ ເມືອງວັງວຽງ, ເມືອງກາສີ, ຫົວ ໜ້າໂຄງການພ້ອມທີມງານ, ຕາງໜ້າຂະແໜງປູກຝັງແຂວງວຽງຈັນ, ບັນດາຊ່ຽວຊານຈາກປະເທດຫວຽດນາມ,ກຳປູເຈຍ,ໄທ ແລະ ຊ່ຽວຊານຈາກເຢຍລະມັນ ຈີໄອແຊດ, ຊາວສວນເມືອງກາສີ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ຄຳສົດ ເພັດລາວັນ ກຳມະການພັກແຂວງເລຂາພັກເມືອງເຈົ້້າເມືອງໆ ກາສີ ໄດ້ກ່າວເປີດການຢ້ຽມຢາມພາກສະໜາມສວນສາທິດປູກພືດຖົ່ວ ແລະ ກະຫລໍ່າ ເພື່ອຫຼຸດຜ່ອນການນຳໃຊ້ສານເຄມີ, ຈາກນັ້ນ ທ່ານ ສຸກຂະວົງ ໂຄດສີ ເມືອງ ຮອງຫົວໜ້າສູນພະແນກກະສິກໍາສະອາດ, ຜູ້ປະສານງານໂຄງການ ໄດ້ຂຶ້ນລາຍງານເຖິງວຽກງານໂຄງການທີ່ພັກ ແລະ ລັດຖະບານໃຫ້ຄວາມສໍາຄັນເຊິ່ງໄດ້ເນັ້ນຢູ່ໃນກອງປະຊຸມໃຫຍ່ ຄັ້ງທີ8-ຄັ້ງທີ9 ແລະ ຄັ້ງທີ10 ແລະ ພາກສ່ວນທີ່ກ່ຽວຂ້ອງໂດຍສະເພາະກົມປູກຝັງ ຫຼື ສູນພັດທະນາກະສິກໍາສະອາດ ເປັນຜູ້ຈັດຕັ້ງປະຕິບັດຜັນຂະຫຍາຍ ແລະ ໃຫ້ການສະໜັບສະໜູນການຜະລິດກະສິກໍາສະອາດ ໃນຂົງເຂດຕ່າງໆທີ່ເໝາະສົມໃຫ້ເປັນເຂດແບບຢ່າງໃນການຜະລິດກະສິກໍາສະອາດ, ຜັກສົດ, ປອດສານຜິດເຄມີພ້ອມທັງສາມາດສົ່ງຂາຍພາຍໃນ ແລະ ຕ່າງປະເທດໄດ້ ຜູ້ບໍລິໂພກຕ້ອງມີສຸຂະພາບແຂງແຮງດີ ສະພາບແວດລ້ອມບໍ່ຖືກທໍາລາຍ.
ທ່ານ ດຣ ສະຣີນີ ຊ່ຽວຊານຈາກອົງການພືດຜັກໂລກ ຍັງໄດ້ແນະນຳ ຊາວສວນ ເຖິງວິທີການປາບສັດຕູພືດແບບໃຊ້ກັບດັກ, ເຫຍື່ອລໍ້ແມງໄມ້ຂ້າແມງໄມ້ພ້ອມນັ້ນ ຍັງໄດ້ນຳພາຂະບວນລົງຢ້ຽມຢາມສວນສາທິດກະສິກໍາສະອາດ ຄື: ສວນກະລໍ່າຂອງກຸ່ມບ້ານຜາຊ້າງ. ຈາກນັ້ນບັນດາຊ່ຽວຊານຍັງຂຶ້ນແລກປ່ຽນຄຳຄິດຄຳເຫັນນຳຊາວສວນທິປະຕິດບັດຕົວຈຶ່ງ
ໃນການລົງຢ້ຽມຢາມສວນສາທິດກະສີກໍາສະອາດທີ່ບ້ານຜາຊ້າງ, ເມືອງກາສີ ແຂວງວຽງຈັນໃນຄັ້ງນີ້ ທ່ານ ຄຳສົດ ເພັດລາວັນ ກຳມະການພັກແຂວງເລຂາພັກເມືອງເຈົ້້າເມືອງໆກາສີ ໃຫ້ສຳພາດຕື່ມອີກ
Editor: ກຳປານາດ ລັດຖະເຮົ້າ