ປີ 2018 ລັດຖະບານໄດ້ວາງຄາດໝາຍສູ້ຊົນ ໃຫ້ເສດຖະກິດເຕີບໂຕ 7% ການເກັບລາຍຮັບທັງໝົດໃຫ້ໄດ້ໃນລະດັບ ບໍ່ຫລຸດ 25,452 ຕື້ກີບ ຈິ່ງມີຄວາມຈຳເປັນຕ້ອງການແຫລ່ງທຶນ ເພື່ອໃຊ້ເຂົ້່າໃນການພັດທະນາເສດຖະກິດ-ສັງຄົມຫລາຍ ເຖິງ 42,145 ຕື້ກີບ ຫລື ເພີ່ມຂຶ້ນ 5 ພັນຕື້ກວ່າກີບຈາກປີ 2017.
ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII ທີ່ປິດລົງໃນວັນທີ 17 ພະຈິກຜ່ານມານັ້ນ ໄດ້ມີມະຕິຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບແຜນການປີ 2018 ໂດຍຄາດຄະເນຄວາມຕ້ອງການທຶນລວມ ເພື່ອການພັດທະນາທັງໝົດປະມານ 42,145 ຕື້ກີບ ຫຼື ເທົ່າກັບ 28.2% ຂອງລວມຍອດມູນຄ່າຜະລິດຕະພັນພາຍໃນ; ໃນນັ້ນ, ການລົງທຶນຂອງລັດຈາກງົບປະມານພາຍໃນ ຈຳນວນ 4,600 ຕື້ກີບ ກວມເອົາ 10.9% ຂອງການລົງທຶນທັງໝົດ ປະກອບມີ:
+ບ້ວງການລົງທຶນປົກກະຕິ ເພື່ອກໍ່ສ້າງພື້ນຖານໂຄງລ່າງ ຈຳນວນ 2,800 ຕື້ກີບ ໂດຍມີການຈັດສັນຕາມສັດສ່ວນດັ່ງນີ້:
ຈໍານວນ 40% ແມ່ນແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ທີ່ປະຕິບັດສຳເລັດ 100%; ຈໍານວນ 35%ຈັດສັນໃຫ້ໂຄງການສືບຕໍ່; ຈໍານວນ 25% ຈັດສັນໃຫ້ໂຄງການສະເໜີໃໝ່, ໂຄງການສົມທົບທຶນກັບຕ່າງປະເທດ ແລະໂຄງການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ; ຢ່າງໜ້ອຍ 10% ຂອງເພດານທຶນທີ່ຂະແໜງການແລະ ທ້ອງຖິ່ນໄດ້ຮັບ ຕ້ອງຈັດສັນສະເພາະໃຫ້ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕິດພັນກັບວຽກງານ 3 ສ້າງ.
+ ບ້ວງລົງທຶນອື່ນໆ ລວມທັງການຈົດຮັບ-ຈົດຈ່າຍ ຜ່ານງົບປະມານ ຈຳນວນ 1,800 ຕື້ກີບ.
ໃນນັ້ນ ສ່ວນການລົງທຶນຂອງລັດ ຈາກທຶນຊ່ວຍເຫຼືອທາງການ ເພື່ອການພັດທະນາ 8,052 ຕື້ກີບກວມເອົາ 19.11% ຂອງການລົງທຶນລວມ; ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 20,730 ຕື້ກີບ ກວມເອົາ 49.19% ຂອງການລົງທຶນລວມ; ການລົງທຶນຈາກລະບົບເງິນຕາ 8,763 ຕື້ກີບກວມເອົາ 20.8% ຂອງການລົງທຶນລວມ.
Editor: ເສດຖະກິດ-ການຄ້າຄົມ