ໃນໄລຍະ 10 ເດືອນ ແຂວງສາລະວັນ ສາມາດຈັດເກັບລາຍຮັບໄດ້ທັງໝົດ 96.07% ສ່ວນລາຍຮັບທັງ ໝົດປະຕິບັດໄດ້ 351.72 ຕື້ກີບ ເທົ່າກັບ 79.56% ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 18.42% ສ່ວນທິດທາງແຜນການ 2 ເດືອນທ້າຍປີ ຈະສຸມໃສ່ບາງມາດຕະການ ເພື່ອສາມາດຈັດເກັບລາຍຮັບໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ອີງຕາມບົດລາຍງານພະແນກການເງິນຂອງແຂວງສາລະວັນ ໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັັດໃນ 10 ເດືອນ ປີ 2017 ທີ່ສະພາຮັບຮອງເບື້ອງຕົ້ນ ແມ່ນກຳນົດລາຍຮັບ 120.33 ຕື້ກີບ ແລະ ລາຍຈ່າຍ 435.52 ຕື້ກີບ ແຕ່ມາຮອດທ້າຍເດືອນ ກໍ່ມີການດັດແແກ້ແຜນງົບປະມານຄືນໃໝ່ ເຊັ່ນ: ຕົວເລກລາຍຮັບແມ່ນ 131.07 ຕື້ກີບ ທຽບໃສ່ແຜນເບື້ອງຕົ້ນເພີ່ມຂຶ້ນ 10.74 ຕື້ກີບ ແລະ ຕົວເລກລາຍຈ່າຍ 418.39 ຕື້ກີບ ທຽບໃສ່ແຜນເບື້ອງຕົ້ນ ຫຼຸດລົງ 17.12 ຕື້ກີບ. ໃນໄລຍະ 10 ເດືອນຜ່ານມາ ທົ່ວແຂວງສາມາດເກັບລາຍຮັບໄດ້ທັງໝົດ 96.04 ຕື້ກີບ, ເທົ່າກັບ 73.27% ທຽບໃສ່ແຜນການປີ, ທຽບໃສ່ໄລຍະດຽວເພີ່ມຂຶ້ນ 26.97%. ໃນນັ້ນ: ສ່ວຍສາອາກອນປະຕິບັດໄດ້ 76.68 ຕື້ກີບ, ເທົ່າກັບ 69.25% ທຽບໃສ່ແຜນການປີ, ທຽບໃສ່ໄລຍະດຽວເພີ່ມຂຶ້ນ 23.26%; ຊັບສິນຂອງລັດປະຕິບັດໄດ້ 19.28 ຕື້ກີບ, ເທົ່າກັບ 96.25% ທຽບໃສ່ແຜນການປີ, ທຽບໃສ່ໄລຍະດຽວເພີ່ມຂຶ້ນ 46.88% ແລະ ຄຸ້ມຄອງລັດວິສາຫະກິດປະຕິບັດໄດ້ 70 ລ້ານກີບ, ເທົ່າກັບ 21.34% ທຽບໃສ່ແຜນການປີ, ທຽບໃສ່ໄລຍະດຽວໄດ້ 24.10%.
ສໍາລັບ ທິດທາງແຜນການ 2 ເດືອນທ້າຍປີ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 24.83 ຕື້ກີບ ໃນນັ້ນ: ສ່ວຍສາອາກອນປະຕິບັດໃຫ້ໄດ້ 24.05 ຕື້ກີບ; ຊັບສິນຂອງລັດປະຕິບັດໃຫ້ໄດ້ 715 ລ້ານກີບ ແລະ ຄຸ້ມຄອງວິສາຫະກິດປະຕິບັດໃຫ້ໄດ້ 66 ລ້ານກີບ.
Editor: ດາວໄຊ ສີວິໄລ