ໃນລະຫວ່າງວັນທີ 19-23 ພະຈິກ ນີ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ນຳໂດຍ ທ່ານ ປອ ຄຳແກ້ວ ສານບຸນຄູນໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ພ້ອມຄະນະ ໄດ້ເດີນທາງ ໄປມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ຢູ່ 2 ແຂວງພາກເໜືອ ຊຽງຂວາງ ແລະ ແຂວງຫົວພັນ.
ຈຸດປະສົງ ຂອງການລົງມາເຄື່ອນໄຫວໃນຄັ້ງນີ້ ເພື່ອມອບເຄື່ອງຊ່ວຍເຫຼືອບັນເທົາທຸກຄອບຄົວ ທີ່ຖືກເຄາະຮ້າຍຈາກໄພພິບັດທຳມະຊາດ ( ນ້ຳຖວ້ມ ) ເຊິ່ງເຄື່ອງທີ່ນຳມາມອບໃນຄັ້ງນີ້, ປະກອບມີ: ເຂົ້າສານ 24,912 ກິໂລກຼາມ, ສັງກະສີ, ເຫຼກຕະປູ ແລະ ເຄື່ອງໃຊ້ຄົວເຮືອນ ລວມມູນຄ່າ 87,690,000 ກີບ ມອບໃຫ້ກັບພະແນກ ຮສສ ແຂວງຫົວພັນ ເພື່ອສົ່ງຕໍ່ມອບໃຫ້ກັບບັນດາບ້ານເມືອງທີ່ຖືກຜົນກະທົບຈາກໄພພິບັດທຳມະຊາດ ດັ່ງກ່າວ , ແລະ ມອບເງິນຈຳນວນທັງໝົດ 15 ລ້ານກີບ ໃຫ້ສູນເສຍອົງຄະ 3 ສູນ ຄື: ສູນເສຍອົງຄະ 11 ນາແທ່ນ, ເມືອງວຽງໄຊ ແຂວງຫົວພັນ, ສູນເສຍອົງຄະ 149 ຄັງໄຂ, ເມືອງແປກ ແລະ ສູນເສຍອົງຄະ 294 ລ່ອງໄກ່, ເມືອງວຽງຄຳ, ແຂວງຊຽງຂວາງ, ຕື່ມອີກ.
Editor: ຂ່າວສານແຮງງານສະຫວັດດີການ-ສັງຄົມ