ສປປ ລາວ ໄດ້ຮັບໂຄຕ້າການສົ່ງອອກເຂົ້າສານໄປປະເທດ ສປ ຈີນ ຈຳນວນ 20 ພັນໂຕນ ໃນປີ 2017. ມາຮອດເດືອນຕຸລາ ທີ່ຜ່ານມາ ການສົ່ງອອກເຂົ້າສານ ໃນຈຳນວນ 20 ພັນໂຕນນັ້ນ ສາມາດປະຕິບັດໄດ້ພຽງແຕ່ 4,200 ໂຕນເທົ່ານັ້ນ, ໂດຍແມ່ນບໍລິສັດ ຊວນເຢ ພຽງບໍລິສັດດຽວ ທີ່ໄດ້ມາດຕະຖານ ເອຄິວເອັສໄອຄິວAQSIQ ໃນການສົ່ງອອກເຂົ້າສານໄປຈີນ.
ທ່ານ ສົມຫວັງ ນິນທະວົງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ເປີດເຜີຍວ່າ: ປີ 2017 ລາວໄດ້ຮັບໂຄຕ້າ ສົ່ງເຂົ້າສານໄປຈີນຈຳນວນ 20 ພັນໂຕນ ໂດຍແມ່ນສອງນາຍົກ ລາວ-ຈີນ ໄດ້ຕົກລົງກັນ ໃຫ້ລັດຖະບານລາວສົ່ງເຂົ້າສານໄປ ສປ ຈີນ ແລະ ຖືວ່າເປັນການອະນຸມັດຢ່າງເປັນທາງການຄັ້ງທຳອິດນັບແຕ່ເດືອນ ມັງກອນ ຫາ ເດືອນ ທັນວາ 2017 ຈໍານວນ 20 ພັນໂຕນ.
ສ່ວນບໍລິສັດທີ່ສົ່ງເຂົ້າອອກໄປຈີນ ມີພຽງບໍລິສັດດຽວເທົ່ານັ້ນຄື ບໍລິສັດ ຊວນເຢ ທີ່ໄດ້ມາດຕະຖານ AQSIQ ຄື ຕ້ອງມີການກວດແນວພັນ, ກວດວິທີການຜະລິດ, ການສີເຂົ້າ, ການອົບ, ການຫຸ້ມຫໍ່ ເພື່ອໃຫ້ໄດ້ມາດຕະຖານສົ່ງອອກໄປຈີນໄດ້. ຕົກມາຮອດເດືອນ ຕຸລາ ທີ່ຜ່ານມາການສົ່ງເຂົ້າສານອອກໄປຈີນ ໂກຕ້າຈຳນວນ 20 ພັນໂຕນນັ້ນ ສາມາດປະຕິບັດໄປໄດ້ພຽງ 4,200 ໂຕນ ເທົ່ານັ້ນ, ຍ້ອນວ່າມີຄວາມຫຍຸ້ງຍາກຫຼາຍຢ່າງເປັນຕົ້ນແມ່ນ: ກົນໄກການຈັດຕັ້ງບໍລິສັດສົ່ງອອກມີແຕ່ບໍລິສັດດຽວ ເຮັດໃຫ້ຈໍາກັດຈໍານວນລົງ; ຄຸນນະພາບ, ມາດຕະຖານເຂົ້າ, ລວມທັງລາຄາຂ້ອນຂ້າງສູງ ຖ້າສົມທຽບໃສ່ປະເທດທີ່ນຳເຂົ້າໄປ ສປ ຈີນ ແລະ ຄວາມເຂົ້າໃຈຂອງຜູ້ປະກອບການລາວ ຢູ່ໃນວົງການຜະລິດເຂົ້າ ຕໍ່ກັບລະບຽບການນໍາສົ່ງເຂົ້ານີ້ຍັງຈຳກັດ.
ສ່ວນເຂົ້າສານທີ່ສົ່ງອອກໄປຈີນ ມີຄື: ເຂົ້າໜຽວ, ເຂົ້າຈ້າວ, ເຂົ້າແດງ, ເຂົ້າກໍ່າ, ເຂົ້າຫ້າສີ, ເຂົ້າໝາກເຂືອ, ເຂົ້າໄກ່ນ້ອຍ, ເຂົ້າຮາງໄກ່ນ້ອຍ, ເຂົ້າຈ້າວຫອມມະລິ ແລະ ປະເພດອື່ນໆ.
Editor: ເສດຖະກິດ-ການຄ້າ