ເຈົ້າຫນ້າທີ່ ປກສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງແຂວງອຸດົມໄຊ ໄດ້ລົງກວດກາ ຄວາມເປັນລະບຽບຮຽບຮ້ອຍຢູ່ຕະຫຼາດຫຼັກ 32 ແລະ ບ້ານນາຮ້ວງ, ເມືອງໄຊ, ແຂວງອຸດົມໄຊ ໄດ້ພົບເຫັນສິ້ນສ່ວນສັດປ່າຫວງຫ້າມຈຳນວນໜຶ່ງ ຈິ່ງໄດ້ຢືດເພື່ອເອົາມາທຳລາຍຖີ້ມຕາມລະບຽບການ ລວມແລ້ວ 100 ກວ່າກີໂລ.
ພິທີຈູດທໍາລາຍສີ້ນສ່ວນສັດປ່າ ທີ່ຫວງຫ້າມ ຈໍານວນ 100 ກວ່າກິໂລ ທີ່ຍຶດໄດ້ຈາກແມ່ຄ້າທີ່ລະເມີດຂາຍຢູ່ຕາມຕະຫລາດນັ້ນ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 22 ພະຈິກ 2017 ນີ້ ຢູ່ທີ່ບໍລິເວນສະຫນາມກິລາແຂວງ ອຸດົມໄຊ.
ແຕ່ໃນນີ້ ຂໍ້ມູນບໍ່ໄດ້ລະບຸລະອຽດວ່າ: ສັດປ່າທີ່ພົບເຫັນ ປະກອບດ້ວຍ ໂຕຫຍັງແດ່
Editor: ລາວອັບເອດ