ຫັດຖະກຳປຸງແຕ່ງ: ໃນໄລຍະ 9 ເດືອນຜ່ານມາມູນຄ່າຜະລິດຕະພັນອຸດສາຫະກໍາ ແລະ ຫັດຖະກຳ ປະຕິບັດໄດ້ 180,71 ຕື້ກີບ, ຄຸ້ມຄອງການນໍາເຂົ້າສິນຄ້າໄດ້ 61,79 ລ້ານໂດລາ ປະຕິບັດໄດ້ 104,03% ທຽບໃສ່ໄລຍະດຽວກັນ ເພີ່ມຂຶ້ນ 60,27% ແລະສາມາດສົ່ງອອກໄດ້ 84,83 ລ້ານໂດລາເທົ່າກັບ 100,98% ທຽບໃສ່ໄລຍະດຽວເພີ່ມຂຶ້ນ24, 39%.
ວຽກງານພະລັງງານ ແລະບໍ່ແຮ່ ໄດ້ລົງຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຕົວຈິງຢູ່ພາກສະໜາມ, ກວດກາຄວາມຄືບໜ້າໃນການສ້າງຕັ້ງໂຮງໂມ້ຫີນ ພາຍໃນແຂວງເປັນປົກກະຕິ ຊຶ່ງສາມາດຜະລິດໄດ້ທັງໝົດ 21.895 m3 ແມັດກ້ອນ ມູນຄ່າ 1,75 ລ້ານກີບ, ຈໍາໜ່າຍໄດ້ 16.419 m3 ແມັດກ້ອນ ມູນຄ່າ 1,53 ຕື້ກີບ.
ໃນນັ້ນຈໍາໜ່າຍພາຍໃນ 10.112 m3 ແມັດກ້ອນ ມູນຄ່າ 1,01 ຕື້ກີບ ແລະ ສົ່ງ ອອກຕ່າງປະເທດ 6.307 m3 ແມັດກ້ອນ ມູນຄ່າ 517,23 ລ້ານກີບ. ສ່ວນວຽກງານພະລັງງານທົ່ວແຂວງມີຕາຂ່າຍໄຟຟ້າ 22 kV ກິໂລໂວນ ມີຄວາມຍາວ 522 km ເພີ່ມຂຶ້ນ 2,3%, ປະຈຸບັນ ມີບ້ານຊົມໃຊ້ໄຟຟ້າແລ້ວ 242 ບ້ານ, ເທົ່າກັບ 94,90% ຂອງບ້ານ ໃນທົ່ວແຂວງ. ຄຽງຄູ່ກັນນັ້ນ ແຂວງຍັງໄດ້ຖືສຳຄັນວຽກງນກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ລົບລ້າງຄວາມທຸກຍາກ, ການສ້າງບ້ານກຸ່ມບ້ານພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍຕິດພັນກັບ ວຽກງານ 3 ສ້າງ, ຊຶ່ງຜ່ານການຈັດຕັ້ງປະຕິບັດມາຮອດປະຈຸບັນ ມີບ້ານພົ້ນທຸກ 214 ບ້ານເທົ່າກັບ 83,92%; ຄອບຄົວພົ້ນທຸກ 30 ພັນກວ່າຄອບຄົວເທົ່າກັບ 89,52% ຂອງຄອບຄົວທັງໝົດໃນທົ່ວແຂວງ. ຂະນະທີ່ບ້ານແບບຢ່າງດ້ານການ ສຶກສາ, ສາທາລະນະສຸກ, ບ້ານວັດທະນະທຳໃໝ່ ແລະ ບ້ານພັດທະນານັບມື້ເພີ່ມຂື້ນເລື້ອຍໆ.
Editor: ເສດຖະກິດ-ການຄ້າ