ໃນວັນທີ 22 ພະຈິກ ຜ່ານມາ ຢູ່ທີ່ສະໂມສອນເມືອງ ລະຄອນເພັງ ໄດ້ຈັດກອງປະຊຸມເຜີຍແຜ່ຄໍາສັ່ງ ຂອງນາຍຍົກລັດຖະມົນຕີ ເລກທີ 09/ນຍ ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ເຜີຍແຜ່ຂອງທ່ານ ແກ້ວຜາ ສີລາດວງໃຈ ຮັກສາການເລຂາພັກ-ເຈົ້າເມືອງໆ ລະຄອນເພັງ, ມີຄະນະປະຈໍາພັກ-ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການ, ພະນັກງານ-ລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ແລະ ຫົວໜ່ວຍວິສາຫະກິດເຂົ້າຮ່ວມຮັບຟັງສອງຮ້ອຍກວ່າຄົນ.
ທ່ານ ແກ້ວຜາ ສີລາດວງໃຈ ຮັກສາການເລຂາພັກ-ເຈົ້າເມືອງໆ ລະຄອນເພັງ ໄດ້ຍົກໃຫ້ເຫັນວ່າ: ໃນໄລຍະຜ່ານມາລັດຖະບານໄດ້ຊຸກຍູ້ໃຫ້ອົງການຈັດຕັ້ງພັກ-ລັດທຸກຂັ້ນ ຈັດຕັ້ງປະຕິບັດນະໂຍບາຍປະຢັດແຫ່ງຊາດ ໂດຍໃນປີ 2006 ແລະ 2008 ລັດຖະບານໄດ້ອອກດໍາລັດ ແລະ ຄໍາສັ່ງວ່າດ້ວຍ ການປະຢັດ ແລະ ຕ້ານການພຸມເຟືອຍ ແລະ ມາໃນປີ 2015 ລັດຖະບານໄດ້ປັບປຸງ 2 ນິຕິກໍາດັ່ງກ່າວມາເປັນດໍາລັດເລກທີ 78/ນຍ, ພ້ອມທັງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໄດ້ຢ່າງກ້ວາງຂວາງພໍສົມຄວນ ແຕ່ຍັງເຫັນວ່າບໍ່ທັນເປັນຮູບປະທໍາເຂົ້າສູ່ຊີວິດຕົວຈິງເທົ່າທີ່ຄວນ ແລະ ທ່າອ່ຽງຂອງການພູມເຟືອຍຍັງມີລັກສະນະເພີ່ມຂຶ້ນ.
ດັ່ງນັ້ນ, ເພື່ອເພີ່ມທະວີຄວາມເຂັ້ມງວດ ໃນການປະຕິບັດນະໂຍບາຍປະຢັດແຫ່ງຊາດ. ນາຍົກລັດຖະມົນຕີຈຶ່ງໄດ້ອອກຄໍາສັ່ງວ່າດ້ວຍ ການປະຢັດລາຍຈ່າຍງົບປະມານຂອງລັດ, ສະບັບເລກທີ 09/ນຍ, ລົງວັນທີ 19 ພຶດສະພາ 2017. ແນ່ໃສ່ເຮັດໃຫ້ການນໍາໃຊ້ງົບປະມານລັດ ໃນການພັດທະນາເສຖະກິດ-ສັງຄົມ ເກີດປະໂຫຍດສູງສຸດ, ສາມາດແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ຊຸກຍູ້ໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ ຕາມທິດຍືນຍົງ-ສີຂຽວ ແລະ ເປັນແບບຢ່າງອັນດີໃຫ້ແກ່ສັງຄົມ.
ໃນໂອກາດດຽວກັນນີ້ທ່ານ ຮັກສາການເລຂາພັກ-ເຈົ້າເມືອງ ໄດ້ຍົກໃຫ້ເຫັນເນື້ອໃນສໍາຄັນຂອງຄໍາສັ່ງເລກທີ 09/ນຍ, ພ້ອມທັງເນັ້ນ ໃຫ້ຜູ້ເຂົ້າຮ່ວມ ໂດຍສະເພາະຜູ້ທີ່ເປັນພະນັກງານຄຸ້ມຄອງ - ນໍາພາ ແລະ ສະມາຊິກພັກຕ້ອງເປັນແບບຢ່າງນໍາໜ້າ ນໍາເອົາເນື້ອໃນຈິດຂອງສັ່ງສະບັບເລກທີ 09/ນຍ ໄປຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດເປັນຮູບປະທໍາ ແລະ ເປັນເຈົ້າການໃນການໂຄສະນາເຜີຍແຜ່ ໃຫ້ພະນັກງານ-ລັດຖະກອນ ໃນຄວາມຮັບຜິດຊອບ ແລະ ທົ່ວສັງຄົມຮັບຮູ້ເຂົ້າໃຈ ແລະ ມີສະຕິສູງໃນການນໍາໃຊ້ງົບປະມານແຫ່ງລັດຢ່າງປະຢັດ ແລະ ມີຈຸດສຸມ.
Editor: ດາວໄຊ ສີວິໄລ.