ພິທີມອບ-ຮັບໂຄງການກໍ່ສ້າງທາງເບຕົງເສີມເຫຼັກ ສະເພາະລົດບັນທຸກຂາອອກເມືອງ ຢູ່ດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ນະຄອນຫຼວງວຽງຈັນ ໂດຍການຊ່ວຍເຫຼືອລ້າຈາກກຸ່ມບໍລິສັດ ເອັສທີກຣຸບ ຈຳກັດ ມູນຄ່າປະມານ 9 ຕື້ກີບ ໄດ້ຈັດຂຶ້ນວັນທີ 21 ພະຈິກຜ່ານມານີ້ ກ່າວມອບໂດຍທ່ານ ອຸນະ ສີໂຄດຈຸນລະມະນີ ຫົວ ໜ້າຫ້ອງການກຸ່ມບໍລິສັດ ເອັສທີກຣຸບ ຈຳກັດ ແລະ ກ່າວຮັບໂດຍທ່ານ ແກ້ວພິລາວັນ ອາໄພລາດ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ມີທ່ານ ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ທອງທິບ ສີວິໄຊ, ຮັກສາການຫົວໜ້າຄຸ້ມຄອງ ແລະ ບໍລິການດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ໄດ້ກ່າວວ່າ: ນັບແຕ່ດ່ານໄດ້ເປີດນຳໃຊ້ປີ 1994 ຈົນເຖິງປັດຈຸບັນ ເຫັນວ່າການບໍລິການດ່ານຊາຍແດນແຫ່ງນີ້ມີການຂະຫຍາຍຕົວ ເຊິ່ງສະແດງອອກໃນປີ 1995-2000 ສະເລ່ຍຄົນເຂົ້າ-ອອກຕໍ່ມື້ 500-1.500 ຄົນ ປີ 2000-2010 ສະເລ່ຍ 3.000-5.000 ຄົນ ແລະ ປີ 2010-2017 ສະເລ່ຍ 6.000-10.000 ຄົນ ພາຫະນະເຂົ້າ-ອອກ 3.500-4.000 ຄັນ ສະເພາະລົດບັນທຸກສິນຄ້າ ປັດຈຸບັນ ສະເລ່ຍ 350 ຄັນຕໍ່ວັນ ເຫັນວ່າການຈະລາຈອນຢູ່ພາຍໃນດ່ານມີຄວາມແອອັດ ແລະ ມີຄວາມສ່ຽງທີ່ຈະເກີດອຸບັດຕິເຫດ ໂດຍເຫັນໄດ້ຄວາມສຳຄັນວຽກງານການແກ້ໄຂຈະລາຈອນແອອັດຢູ່ພາຍໃນດ່ານ ດັ່ງນັ້ນ ກຸ່ມບໍລິສັດ ເອັສທີກຣຸບ ຈຳກັດ ຈຶ່ງໄດ້ໃຫ້ການຊ່ວຍເຫຼືອລ້າສ້າງທາງເສັ້ນນີ້ ເພື່ອຮັບໃຊ້ລົດບັນທຸກຂາອອກເມືອງໃຫ້ມີຄວາມສະດວກສະບາຍ ເຊິ່ງໂຄງການດັ່ງກ່າວໄດ້ເລີ່ມກໍ່ສ້າງມາແຕ່ເດືອນເມສາ 2016 ແລະ ສໍາເລັດເດືອນຕຸລາ 2017 ເປັນເສັ້ນທາງເບຕົງເສີມເຫຼັກ ມີຄວາມໜາ 23 ຊັງຕີແມັດ ກວ້າງ 13 ແມັດ ແລະ ຍາວ 426 ແມັດ ຊຶ່ງປະກອບມີ: ໄຟເຍືອງທາງ, ປະຕູປິດ-ເປີດ, ທາງຄົນຍ່າງ, ຫ້ອງການຂອງບັນດາຂະແໜງການທີ່ກ່ຽວຂ້ອງ ປະກອບມີ: ຊິງຊັ່ງນ້ຳໜັກຄົບຊຸດ ແລະ ອຸປະກອນອື່ນໆ
ພາຍຫຼັງມອບ-ຮັບສຳເລັດ ຈະໄດ້ເປີດໃຫ້ລົດບັນທຸກຂາອອກເມືອງນຳໃຊ້ຢ່າງເປັນທາງການ ນັບແຕ່ວັນທີ 1 ທັນວາ 2017 ເປັນຕົ້ນໄປ.
Editor: ດາວໄຊ ສີວິໄລ