ໂຄງການກໍ່ສ້າງຂົວຂ້າມນໍ້າງື່ມ ທີ່ບ້ານນາບົງ ຫາ ບ້ານທ່າກົກໄຮ, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ຄືບຫນ້າເກືອບ 60% ແລະ ຄາດວ່າຈະສຳເລັດໃນປີຫນ້າ. ໂຄງການດັ່ງກ່າວ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ປີ 2016, ຂົວແຫ່ງນີ້ ມີຄວາມຍາວ 236 ແມັດ, ໜ້າຂົວກວ້າງ 11 ແມັດ, ທາງຍ່າງສອງເບື້ອງ ເບື້ອງລະ 1,5 ແມັດ, ມີການປະດັບປະດາ, ລະບົບປ້າຍສັນຍານທາງ.
ໂຄງການດັ່ງກ່າວແມ່ນການຊ່ວຍເຫລືອລ້າຈາກ ທ່ານ ສັກໄຊ ວົງມາລາສິດ (ປີເຕີຈັນ) ປະທານກຸ່ມບໍລິສັດລາວເວີນ ດ້ວຍມູນຄ່າການກໍ່ສ້າງປະມານ 105 ຕື້ກີບ. ພາຍຫລັງເກີດເຫດເສົ້າສະຫລົດໃຈ ເຮືອສົ່ງນັກຮຽນຂວ້ຳ ເຮັດໃຫ້ນັກຮຽນເສຍຊີວິດ 10 ຄົນໃນປີ 2015. ເມື່ອຂົວສຳເລັດຈະປະກອບສ່ວນສຳຄັນ ໃນການເພີ່ມສິ່ງອໍານວຍຄວາມສະດວກໄປມາຫາສູ່, ແລກປ່ຽນສິນຄ້າຂອງປະຊາຊົນ ແລະ ປອດໄພເພີ່ມຂຶ້ນກວ່າເກົ່າ. ສິ່ງສຳຄັນ ຈະຊ່ວຍໃຫ້ເດັກນັກຮຽນ ທີ່ຢູ່ສອງຝາກຝັ່ງ ໄດ້ນຳໃຊ້ຂົວແຫ່ງນີ້ ຢ່າງມີປະສິດທິຜົນສູງ ໃນການໄປສຶກສາຮ່ຳຮຽນ, ທັງມີຄວາມປອດໄພ ແລະ ອຳນວຍຄວາມ ສະດວກໃຫ້ຊຸມຊົນ ທ້ອງຖິ່ນດັ່ງກ່າວ ໃນຫລາຍດ້ານ ເນື່ອງຈາກເປັນເສັ້ນທາງເຊື່ອມຕໍ່ ລະຫວ່າງ ເມືອງປາກງື່ມ ແລະ ເມືອງທຸລະຄົມ ແຂວງວຽງຈັນ.
Editor: ລາວອັບເດດ