ງານສະເຫລີມສະຫລອງ ຄົບຮອບ 20 ປີ ຂອງບໍລິສັດ ດາຕາຄອມ ໄດ້ຈັດຂື້ນ ຢູ່ທີ່ໂຮງແຮມ ຄຣາວພາຊາ, ນະຄອນຫລວງວຽງຈັນ ໃນຄໍ່າຄືນວັນທີ 24 ພະຈິກ 2017 ທີ່ຜ່ານມາ ນີ້. ເຊິ່ງພາຍໃນງານ ມີບັນດາແຂກສໍາຄັນ ຈາກຫລາຍພາກສ່ວນເຂົ້າຮ່ວມງານ ແລະ ພິເສດ ພາຍໃນງານສະຫລອງ ຄົບຮອບ 20 ປີ ດາຕາຄອມ ຍັງໄດ້ຮັບກຽດເຂົ້າຮ່ວມ ຂອງ ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ພ້ອມນັ້ນ ຍັງມີ ທ່ານ ສອນໄຊ ສິດພະໄຊ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ມີບັນດາແຂກ ທີ່ເປັນຄູ່ຮ່ວມງານ, ລວມທັງບັນດາພັສເນີ, ຄະນະຜູ້ອໍານວຍການ, ພະນັກງານວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ ຢ່າງພ້ອມພຽງ.
ດັ່ງທີ່ຮູ້ນໍາກັນ ແລ້ວວ່າ ບໍລິສັດ ດາຕາຄອມ ແມ່ນເປັນບໍລິສັດ ທີ່ໃຫ້ບໍລິການທາງດ້ານໄອທີ ແລະ ຍັງຕອບສະຫນອງອຸປະກອນ ໄອທີ ທີ່ທັນສະໄຫມ ໃນ ສປປ ລາວ ພ້ອມກັນນັ້ນ ຍັງມີບຸກຄະລາກອນ-ທີມງານທີ່ພຽບພ້ອມ ແລະ ມີປະສົບການຍາວນານ, ບວກກັບອຸປະກອນທີ່ທັນສະໄຫມ ຈາກຜົນງານ ມາຍາວນານ 20 ປີ ແລະ ຄວາມສາມາດໃນການຕອບສະຫນອງເຄື່ອງມື ທາງດ້ານຫາດແວ ແລະ ຊອບແວ ລວມທັງການບໍລິການດ້ານອື່ນໆ ທີ່ມີຄວາມຫລາກຫລາຍ. ນອກຈາກນີ້ ດາຕາຄອມ ຍັງສາມາດອອກແບບ ແລະ ຕິດຕັ້ງ, ຈັດການບັນຫາທາງດ້ານໄອທີ ຊ່ວຍໃນການເສີມສ້າງ ແລະ ຂະຫຍາຍທຸລະກິດຂອງທ່ານ ໄດ້ງ່າຍດາຍ ແລະ ກ້າວຂະຫຍາຍຕົວຂື້ນໄປເລື້ອຍໆ ໃນອະນາຄົດຂ້າງຫນ້າ.
ພານໃນງານ ທ່ານນາງ ກິແກ້ວ ກັນລະຍາ ຜູ້ອໍານວຍການຝ່າຍບໍລິຫານ ພ້ອມດ້ວຍ ຊີອີໂອ ຫນູ່ມ ໄດ້ຂື້ນສະເຫນີ ປະຫວັດຄວາມເປັນມາໃນການກໍ່ຕັ້ງ ແລະ ແຜນທິດທາງ ຫລື ວິໄສທັດ ໃນຕໍ່ຫນ້າ ເຊີ່ງເຮັດໃຫ້ເຫັນເຖິງບາດກ້າວທາງດ້ານໄອທີ ທີ່ໄດ້ມີການພັດທະນາ ຂື້ນມາໃນແຕ່ລະຂັ້ນ ຈົນເຮັດໃຫ້ ດາຄາຄອມ ກາຍເປັນບໍລິສັດຊັ້ນນໍາ ທາງດ້ານໄອທີ ໃນ ສປປ ລາວ ແລະ ໄວວາງໃຈ ຈາກລູກຄ້າ ໃນສັງຄົມ ທັງໃນອົງກອນ ໃຫຍ່ໆ ທີ່ຫລາກຫລາຍ.
ໃນພິທີ ຍັງໄດ້ມີການມອບ ໃບຍ້ອງຍໍ ແກ່ພະນັກງານດີເດັ່ນ ທີ່ປະກອບສ່ວນສໍາຄັນ ໃນການເປັນສ່ວນຫນື່ງ ພັດທະນາອົງກອນ ແລະ ທູມເທເຫື່ອແຮງ ມັນສະຫມອງ ຢ່າງມີປະສິດທິພາບ ແກ່ບໍລິສັດ ຈໍານວນຫນຶ່ງ ຫລັງຈາກນັ້ນ ທ່ານ ທະນົງສິນ ກັນລະຍາ ຍັງໄດ້ກ່າວສະແດງຄວາມຂອບໃຈ ຕໍ່ບັນດາແຂກ ທັງພາກລັດ ແລະ ພາກທຸລະກິດ ທີ່ເຂົ້າຮ່ວມພາຍໃນງານ ສະຫລອງຄົບຮອບ 20 ປີ ດາຕາຄອມ ເຊີ່ງເປັນອີກຄວາມເຊື້ອຫມັ້ນ ແລະ ໄວວາງໃຈ ຈາກສັງຄົມ ມາຍາວນານ.
Editor: ກຳປານາດ ລັດຖະເຮົ້າ