ຕອນເຊົ້າວັນທີ 23 ພະຈິກ 2017 ຜ່ານມານີ້, ຢູ່ເດີນບານເມືອງເຊໂປນ, ແຂວງສະຫວັນນະເຂດ ໄດ້ມິດຕິງລະນຶກວັນສາກົນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍີງ ແລະ ເດັກນ້ອຍ 25 ພະຈິກຂື້ນຢ່າງເປັນທາງການ, ເຂົ້າຮ່ວມມີ ທ່ານ ວົງໄຊ ໄຊຍະຈັກ ເຈົ້າເມືອງເຊໂປນ, ມີບັນດາທ່ານໃນຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຄະນະສະພາທ້ອງຖິ່ນເຂດ 5 ເມືອງເຊໂປນ, ຫົວໜ້າ,ຄະນະຫ້ອງການອ້ອມຂ້າງ, ຄະນະຮາກຖານແມ່ຍີງ, ໜ່ວຍພ້ອມດ້ວຍສະມາຊີກແມ່ຍີງທົ່ວເມືອງເຂົ້າຮ່ວມ 1,000 ກວ່າຄົນ
ໃນພີທີ ທ່ານ ຄໍາຫລ້າ ພົມມີໄຊຮອງ ເຈົ້າເມືອງເຊໂປນ ໄດ້ໃຫ້ກຽດຂື້ນກ່າວຈຸດປະສົງ ຂອງການຈັດງານໃນຄັ້ງນີ້ວ່າ ວັນທີ 25 ພະຈິກ ທີ່ຈະມາເຖີງນີ້ເປັນວັນສາກົນແຫ່ງການຢຸດຕິຄວາມຮຸນແຮງຕໍ່ແມ່ຍີງ ໄດ້ໜູນວຽນມາຄົບອີກວາລະໜືຶ່ງ, ຊື່ງວັນດັ່ງກ່າວນີ້ຖືວ່າມີຄວາມໝາຍແລະຄວາມສໍາຄັນທັງເປັນການໂຄສະນາ, ປຸກລະດົມ, ປູກຈຶກສໍານຶກໃຫ້ແກ່ປວງຊົນໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບບັນຫາຂອງການໃຊ້ຄວາມຮຸນແຮງຕໍ່ແມ່ຍີງ ການຈໍາແນກຕໍ່ແມ່ຍີງ ແລະ ການລ່ວງລະເມີດຕໍ່ສິດທິຂອງແມ່ຍີງ ກໍ່ຄືສິດທິຂອງມະນຸດ, ເພື່ອແກ້ບັນຫາການໃຊ້ຄວາມຮຸນແຮງຕໍ່ແມ່ຍີງ ແລະ ເດັກນ້ອຍ ຢູ່ປະເທດຕ່າງໆໃນໂລກອົງການສະຫະປະຊາຊາດໄດ້ອອກກົດໝາຍ, ສົນທິສັນຍາວ່າດ້ວຍລຶບລ້າງທຸກຮູບການຈໍາແນກຕໍ່ແມ່ຍີງ ແລະ ເດັກນ້ອຍ ຫຼື ຊິດໍ ໃນປີ 1979 ແລະ ມີຜົນບັງຄັບໃຊ້ໃນປີ 1981ເປັນຕົ້ນມາຊື່ງກໍານົດເອົາ 13 ຂໍ້ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ເພີ່ມທະວີແລະເອົາໃຈໃສ່ໂຄສະນາເຜີຍແຜ່ແລະປູກຈິດສໍານຶກໃນທົ່ວສັງຄົມເພື່ອໃຫ້ສັງຄົມ ມີການປັບປຸງທັດສະນະຄະຕິ, ພຶດຕິກໍາ ແລະຈິນຕະນາການເກົ່າຂອງຄົນ ຈໍານວນໜຶ່ງ ໃນສັງຄົມທີ່ຍັງບໍ່ຍອມຮັບ, ເອົາໃຈໃສ່ຊ່ວຍເຫລຶອ ຜູ້ຖືກເຄາະຮ້າຍ, ຕ້ານການໃຊ້ຄວາມຮຸນແຮງ, ຮັບປະກັນການຈັດຕັ້ງປະຕິບັດ ກິດຈະກໍາຕ່າງໆ ເພື່ອປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ແມ່ຍີງ ແລະ ເດັກ, ເອົາໃຈໃສ່ສ້າງຄວາມເຂັ້ມແຂງ, ປັບປຸງທາງດ້ານການຈັດຕັ້ງ, ບຸກຄະລາກອນທີ່ຮັບຜິດຊອບວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍີງ, ແມ່ແລະ ເດັກນ້ອຍ, ເພີ່ມທະວີການຮ່ວມມືກັບປະເທດໃກ້ຄຽງ, ເມືອງໃກ້ຄຽງກໍ່ຄືການຮ່ວມມືໃນລະດັບສາກົນ ໃນວຽກງານຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍີງ ແລະ ເດັກນ້ອຍ
ໃນພີທີຍັງໄດ້ຮັບຊົມການສະແດງສິລະປະວັນນະຄະດີ ບົດຟ້ອນສົ່ງພອນປີໃໝ່ຈາກນ້ອງນັກຮຽນມັດທະຍົມສົມບູນເຊໂປນ, ລະຄອນສັ້ນຕ້ານໃຊ້ຄວາມຮຸນແຮງຕໍ່ແມ່ຍີງ ແລະ ເດັກນ້ອຍຈາກນ້ອງນັກຮຽນມັດທະຍົມສົມບູນນາບໍ່ ແລະ ບັນດາແຂກເຂົ້າຮ່ວມກໍ່ໄດ້ຮ່ວມກິດຈະກໍາເຕັ້ນ 4 ຈັ່ງຫວະບາສະຫລົບ, ມ້າຢ້ອງ, ສາວຊຽງຂວາງ ດ້ວຍບັນຍາກາດເບີກບານມ່ວນຊື່ນ-ຄືກຄື້ນກວ່າທຸກໆປີ.
ທີມຂ່າວ ເມືອງເຊໂປນ, ແຂວງສະຫວັນນະເຂດ
Editor: ກຳປານາດ ລັດຖະເຮົ້າ