ເມື່ອບໍ່ດົນນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ລົງຊຸກຍູ້ພື້ນຖານການຜະລິດກະສິກໍາ ແລະ ການກໍ່ສ້າງຂົວຂ້າມນໍ້າງື່ມ ບ້ານນາບົງ ຫາບ້ານກົກໄຮ ເມືອງປາກງື່ມ, ນະຄອນຫລວງວຽງຈັນ. ໂອກາດລົງຢ້ຽມຢາມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມ ກຸ່ມການຜະລິດປູກຜັກປອດສານພິດ ຂອງກຸ່ມປູກຜັກປອດສານພິດ ບ້ານທ່າຊ້າງ ເປັນກຸ່ມໜຶ່ງທີ່ເມືອງປາກງື່ມ ໄດ້ຖືເປັນທ່າແຮງໃນການຜະລິດສິນຄ້າທາງດ້ານກະສິກໍາ ເພື່ອຈໍາໜ່າຍໃນນະຄອນຫລວງວຽງຈັນ.
ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ກໍໄດ້ເດີນທາງໄປຢ້ຽມຢາມເບິ່ງໂຄງການກໍ່ສ້າງຂົວຂ້າມນໍ້າງື່ມ ທີ່ບ້ານນາບົງ ຫາ ບ້ານທ່າກົກໄຮ ໂຄງການດັ່ງກ່າວ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ປີ 2016 ມາຮອດປັດຈຸບັນມີຄວາມໜ້າເກືອບ 60%, ຄາດວ່າຈະສໍາເລັດໃນປີ 2018 ເຊິ່ງຂົວແຫ່ງນີ້ ມີຄວາມຍາວ 236 ແມັດ, ໝ້າຂົວກວ້າງ 11 ແມັດ, ທາງຍ່າງສອງເບື້ອງລະ 1,5 ແມັດ, ມີການປະດັບປະດາ, ລະບົບປ້າຍສັນຍານທາງລວມ. ໂຄງການດັ່ງກ່າວແມ່ນການຊ່ວຍເຫລືອລ້າຈາກທ່ານ ສັກໄຊ ວົງມາລາສິດ (ປີເຕີຈັນ) ປະທານກຸ່ມບໍລິສັດລາວເວີນ ດ້ວຍມູນຄ່າການກໍ່ສ້າງປະມານ 105 ຕື້ກີບ.
ເວລາຕໍ່ມາ, ທ່ານນາຍົກລັດຖະມົນຕີ ກໍໄປຢ້ຽມຢາມຟາມງົວຕົວແບບການລ້ຽງງົວພັນ ເປັນສິນຄ້າ ແລະ ຟາມງົວ ຂອງບໍລິສັດເອັກສ໌ພີ ການຄ້າລາວ-ຈີນຈໍາກັດ, ຟາມດັ່ງກ່າວໄດ້ເລີ່ມສ້າງຕັ້ງຂຶ້ນປີ 2015, ມີເນື້ອທັງໝົດ 100 ກວ່າເຮັກຕາ, ມີງົວພັນປະມານ 100 ກວ່າໂຕ ແລະ ງົວພື້ນເມືອງ 500 ກວ່າໂຕ. ທ້າຍສຸດ, ທ່ານນາຍົກລັດຖະມົນຕີໄດ້ໄປຢ້ຽມຢາມສູນຄົ້ນຄວ້າກະສິກໍາ-ປ່າໄມ້ ເຊິ່ງສູນດັ່ງກ່າວສ້າງຕັ້ງຂຶ້ນປີ 1983 ພາຍໃຕ້ໂຄງການຄົ້ນຄວ້າກະສິກໍາແບບປະສົມປະສານ, ປັດຈຸບັນທາງສູນ ໄດ້ມີການຄົ້ນຄວ້າ ເຕົ້າໂຮມແນວພັນພືດພື້ນເມືອງຫລາຍຊະນິດ ເປັນຕົ້ນ ແນວພັນເຂົ້າໄດ້ເຖິງ 14.000 ຕົວຢ່າງ, ເຂົ້າຝ່າງ 105 ຕົວຢ່າງ, ມັນຕົ້ນ 48 ຕົວຢ່າງ, ມັນດ້າງ ແລະ ເຜືອກ 77 ຕົວຢ່າງ, ແນວພັນຖົ່ວ 88 ຕົວຢ່າງ, ສາລີ-ສາລອຍ 234 ຕົວຢ່າງ ແລະ ອື່ນ.
Editor: ກຳປານາດ ລັດຖະເຮົ້າ