ຖືວ່າສຳເລັດກັນໄປ ສຳລັບ ງານວາງສະແດງລົດນາໆຊາດວຽງຈັນ 2017 ຫຼື Vientiane Interantional MOTOR EXPO 2017 ທີ່ຈັດຂື້ນໃນລະຫວ່າງ ວັນທີ 10 ຫາ 18 ພະຈິກທີ່ຜ່ານມາ ແລະ ໄດ້ປິດລົງໃນທ້າຍອາທິດຜ່ານມາ, ເຖິງວ່າຍັງບໍ່ທັນຮູ້ຕົວເລກຍອດຂາຍໃນງານຢ່າງເປັນທາງການ ແຕ່ດ້ານປະທານຈັດງານເຜີຍວ່າ ຫຼາຍຄ້າຍມີຍອດຂາຍເກີນເປົ້າ.
ທ່ານ ພອນຈັນ ເພັງສຸວັນ, ປະທານ ບໍລິສັດ ພີພີ ໄຊໂຍ ເອັນເຕີເທັນເມັນ ແອນ ອີເວັນອໍກະໄນທ໊ເຊີ້ ຈຳກັດ ເປີດເຜີຍວ່າ: ການຈັດງານປີນີ້ມີຄວາມເພິ່ງພໍໃຈຫຼາຍທີ່ແຕ່ລະພາກສ່ວນມີຄວາມສົນໃຈ ບໍ່ວ່າຈະເປັນຜູ້ຂາຍລົດ ແລະ ຜູ້ຊື້. ຢ່າງໃດກໍ່ຕາມ, ຕົວເລກຍອດຂາຍຍັງບໍ່ທັນສັງລວມຈາກແຕ່ລະຄ້າຍແຕ່ກໍ່ພໍຮັບຮູ້ວ່າບາງຄ້າຍມີຍອດຂາຍໄດ້ຕາມເປົ້າ ແລະ ບາງຄ້າຍກໍ່ເກີນເປົ້າ.
ສ່ວນມື້ທີ່ມີປະຊາຊົນເຂົ້າຈັບຈອງຫຼາຍແມ່ນໃນໄລຍະວັນສຸກ, ເສົາ ແລະ ວັນອາທິດ ເຊິ່ງເປັນວັນພັກລັດຖະການ, ສຳລັບ ງານຄັ້ງນີ້ຈັດຂຶ້ນເພື່ອຄົນຮັກລົດ ໂດຍສະເພາະ ລວມທັງຄົນທີ່ຄິດຈະຊື້ລົດ ເປັນຕົ້ນແມ່ນການນຳສະເໜີຂໍ້ມູນລົດໃໝ່ໆ ແລະ ການເຂົ້າມາສຳຜັດລົດຂອງແຕ່ລະຄ້າຍ ເຊິ່ງລາຄາກໍ່ຂ້ອນຂ້າງຖືກ ( ມີສ່ວນຫຼຸດ ) ແລະ ມີລາຍການເຄື່ອງແຖມເປັນຈຳນວນຫຼາຍ.
ສໍາລັບ ແຜນການຈັດງານໃນປີ 2018 ຄາດວ່າງານຈະອອກມາໃນຮູບແບບໃໝ່ໆ ເພື່ອດຶງດູດເອົາລູກຄ້າເຂົ້າມາຊື້ລົດໃຫ້ເພີ່ມຂຶ້ນ.
ທ່ານກ່າວຕື່ມອີກວ່າ: ຜູ້ທີ່ພາດມາຊົມໃນງານກໍ່ສາມາດເຂົ້າເບິ່ງລາຍລະອຽດຂໍ້ມູນຂອງຄ້າຍລົດທີ່ເຂົ້າຮ່ວມງານໄດ້ທີ່ ເຟສບຸ໊ກ Vientiane International Motor Expo.
Editor: ເສດຖະກິດ-ການຄ້າ