ລັດຖະບານ ໄດ້ມີຄວາມພະຍາຍາມຫາທຸກວິທີທາງ ເພື່ອເອົາປະເທດຊາດໃຫ້ອອກຈາກບັນຊີປະເທດດ້ອຍພັດທະນາ ຕາມເປົ້າໝາຍແມ່ນປີ 2020 ຊຶ່ງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກ່າວວ່າ: ເປົ້າໝາຍຂອງລັດຖະລາວ ທີ່ຈະລົບລ້າງຄວາມຍາກຈົນໃຫ້ໄດ້ຢ່າງສິ້ນເຊີງ ເພື່ອເຮັດໃຫ້ລາວຫລຸດພົ້ນຈາກສະພາບການດ້ອຍພັດທະນາໃຫ້ໄດ້ຢ່າງແທ້ຈິງພາຍໃນປີ 2020 ນັ້ນ ບໍ່ໄດ້ໝາຍຄວາມວ່າຈະບໍ່ມີຄົນທຸກຍາກຫລົງເຫລືອຢູ່ໃນລາວເລີຍແຕ່ຢ່າງໃດ ຫາກແຕ່ເປົ້າໝາຍລົບລ້າງຄວາມທຸກຍາກໃນລາວ ແນໃສ່ເຮັດໃຫ້ປະຊາຊົນມີຢູ່ ມີກິນ ໄດ້ຮັບການຮັກສາປິ່ນປົວເມື່ອເຈັບປ່ວຍ ລູກຫລານໄດ້ເຂົ້າໂຮງຮຽນ ແລະ ສ້າງເງື່ອນໄຂໃຫ້ມີການຜະລິດ ເພື່ອກຸ້ມຕົນເອງໃຫ້ໄດ້ຢ່າງຍືນຍົງ.
ໂດຍໃນແຜນການ ປະຈຳສົກປີ 2015-2016 ທີ່ຜ່ານມາ ລັດຖະບານລາວ ໄດ້ວາງເປົ້າໝາຍ ລົບລ້າງບັນຫາຄວາມຍາກຈົນຂອງປະຊາຊົນໃຫ້ໄດ້ໃນ 179 ບ້ານ ຄິດເປັນ 0.48 ສ່ວນຮ້ອຍ ຂອງບ້ານທຸກຈົນທັງໝົດໃນທົ່ວປະເທດ ແຕ່ຈາກການຈັດຕັ້ງປະຕິບັດຕົວຈິງ ບັນລຸໄດ້ພຽງແຕ່ 50 ບ້ານ ຄິດເປັນ 0,03 ສ່ວນຮ້ອຍ ເທົ່ານັ້ນຂອງບ້ານທຸກຍາກທີ່ມີຢູ່ ທັງໝົດ 1,736 ບ້ານ. ຍອມຮັບວ່າ ການຈັດຕັ້ງປະຕິບັດ ແຜນພັດທະນາ ບໍ່ສາມາດບັນລຸ ຄາດໝາຍໄດ້.
ໃນລະຍະ 6 ເດືອນຕົ້ນປີ 2017 ລັດຖະບານລາວ ສາມາດລົບລ້າງຄວາມຍາກຈົນຂອງປະຊາຊົນ ລາວ ໄດ້ເຖິງ 6.546 ຄອບຄົວ ໂດຍເຂດທີ່ຍັງມີປະຊາຊົນຍາກຈົນຫຼາຍທີ່ສຸດມີ 6 ແຂວງຄື: ແຂວງສາລະວັນ, ບໍ່ແກ້ວ, ເຊກອງ, ຫົວພັນ, ຊຽງຂວາງ ແລະ ແຂວງອຸດົມໄຊ.
ສ່ວນຄະນະພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກຂັ້ນສູນກາງ ລາຍງານວ່າ ການຈັດຕັ້ງປະຕິບັດໂຄງການພັດທະນາຊົນນະບົດໃນປີ 2017 ໄດ້ວາງເປົ້າໝາຍຈະລົບລ້າງບັນຫາທຸກຈົນຂອງປະຊາຊົນລາວໃຫ້ໄດ້ 5,580 ຄອບຄົວ ເພື່ອເຮັດໃຫ້ເຫຼືອ 70,924 ຄອບຄົວ ທີ່ຍາກຈົນ ຫຼື 6,09 ສ່ວນຮ້ອຍ ຂອງຈຳນວນຄອບຄົວທັງໝົດໃນທົ່ວປະເທດລາວ. ພ້ອມກັນນີ້ ຄະນະພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກຂັ້ນສູນກາງ ຍັງວາງຄາດໝາຍການລົບລ້າງບ້ານທຸກຈົນ ໃຫ້ໄດ້ 178 ບ້ານ ຊຶ່ງຖ້າຫາກສາມາດຈັດຕັ້ງປະຕິບັດໄດ້ຈິງ ກໍຈະເຮັດໃຫ້ຍັງເຫຼືອບ້ານທຸກຍາກບໍ່ເກີນ 1,511 ບ້ານ ຄິດເປັນ 18 ສ່ວນຮ້ອຍ ຂອງບ້ານທັງໝົດ.
ທ່ານນາຍົກລັດຖະມົນຕີ ຍອມຮັບວ່າ ການຈັດຕັ້ງປະຕິບັດແຜນການພັດທະນາ ທີ່ບໍ່ສາມາດບັນລຸຄາດໝາຍໄດ້ນັ້ນ ເປັນຍ້ອນລັດຖະບານ ຍັງມີບຸກຄະລາກອນຈຳນວນຫຼາຍ ທີ່ຂາດຄວາມຮັບຜິດຊອບຕໍ່ສ່ວນລວມ.
ຕາມທີ່ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຂຶ້ນມີຄຳເຫັນຕໍ່ກອງປະຊຸມສະໄໝສາມັນ ຄັ້ງທີ 4 ຂອງສະພາແຫ່ງຊາດລາວ ຊຸດທີ 8 ທີ່ດຳເນີນກອງປະຊຸມໃນວັນທີ 16 ຕຸລາ ຫາ 17 ພະຈິກ 2017 ນີ້ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນການພັດທະນາໃນດ້ານຕ່າງໆ ຂອງລັດຖະບານລາວ ທີ່ບໍ່ສາມາດບັນລຸຄາດໝາຍທີ່ວາງເອົາໄວ້ໄດ້ເລີຍນັ້ນ ມີສາເຫດສຳຄັນມາຈາກກົນໄກການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ທັງໃນລະດັບສູນກາງ ແລະທ້ອງຖິ່ນ ຍັງມີບຸກຄະລາກອນຈຳນວນບໍ່ນ້ອຍ ທີ່ຂາດຄວາມຮັບຜິດຊອບຕໍ່ສ່ວນລວມ ທັງຍັງເປັນບຸກຄະລາກອນ ທີ່ບໍ່ມີຄວາມຮູ້ ແລະ ຄວາມສາມາດໃນວຽກງານທີ່ຮັບຜິດຊອບອີກດ້ວຍ.
ໂດຍທ່ານກ່າວວ່າ “ການບໍລິຫານ ຈັດການ ການປະສານ ແລະ ການປະຕິບັດພາລະບົດບາດ ຄວາມຮັບຜິດຊອບຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ມີຫຼາຍກໍລະນີບໍ່ເຂັ້ມງວດ, ຍັງເອື່ອຍອິງ, ຍັງໜິ້ງໃສ່ກັນ, ບໍ່ກ້າປັບປ່ຽນວິທີເຮັດວຽກ, ບໍ່ກ້າປັບປ່ຽນພະນັກງານທີ່ຂາດຄຸນສົມບັດ, ຂາດຈັນຍາບັນ ລວມທັງຜູ້ທີ່ຂາດຄວາມສາມາດໄດ້ເທື່ອ ຈຶ່ງພາໃຫ້ກົງຈັກຂາດປະສິດທິພາບ ຂາດຄວາມຄ່ອງຕົວ ແຕ່ຍັງສືບຕໍ່ດຳເນີນການຕາມເດີມຢູ່ ຖ້າມີການປັບປ່ຽນ ກໍຍັງມີລັກສະນະບໍ່ທັນເຂົ້າເຖິງ ແກ່ນແທ້ຂອງບັນຫາເທື່ອ.
Editor: ລາວອັບເດດ