ເນື່ອງໃນໂອກາດວັນສາກົນ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ 25 ພະຈິກ 1960 - 2017 ຄົບຮອບ 57 ປີ ໃຫ້ເຕັມໄປດວ້ຍຄວາມໝາຍຄວາມສຳຄັນ.ດັ່ງນັ້ນໃນວັນທີ 25 ພະຈິກ 2017 ເມືອງຊະນະສົມບູນ. ໄດ້ຈັດພິທີສະເຫຼີມສະຫຼອງວັນດັ່ງກາວຂື້ນຢ່າງຍິ່ງໃຫຍ່ ( ພາຍໃຕ້ຫົວຂໍ້ຮ່ວມໃຈຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ) ເຊີ່ງພິທີເປີດຈັດຂື້ນຢູ່ທີ່ສຳນັກງານປົກຄອງເມືອງຊະນະສົມບູນ. ໂດຍພາຍໃຕ້ໃຫ້ກຽດເຂົ້າຮ່ວມເປັນປະທານ ກ່າວເປິດພິທີຂອງທ່ານ ສົມບູນ ເຮືອງວົງສາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ເມືອງຊະນະສົມບູນ ພ້ອມດ້ວຍບັນດາທ່ານຄະນະບໍລິຫານງານພັກເມືອງ,ມີອົງການຈັດຕັ້ງມະຊົນເມືອງ,ເອື້ອຍ,ນ້ອງສາມະຊິກສະຫະພັນແມ່ຍິງຈາກແຕ່ລະກົມກອງ,ຫ້ອງການຕະຫຼອດຮອດ ຮາກຖານສາມະຊິກຫະພັນແມ່ຍິງກຸ່ມ-ບ້ານທົ່ວເມືອງເຂົ້າຮ່ວມຢ່າງຫຼວງຫຼາຍ.
ທ່ານ ນາງ ກຸຫຼາບ ວັນນະລາດ ກຳມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງ ກາວວ່າ: ເນື່ອງໃນໂອກາດວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ 25 ພະຈິກ ແມ່ນມີຄວາມໝາຍຄວາມສຳຄັນເປັນຢ່າງສູງຕໍ່ກັບແມ່ຍິງໃນທົ່ວໂລກຄືດັ່ງທີ່ພວກເຮົາຮູ້ກັນແລ້ວວ່າ: ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໄດ້ເກິດຂື້ນມາດົນນານ ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ - ສັງຄົມ ເວົ້າສະເພາະແມ່ນກະທົບຕໍ່ສະພາບຈິດໃຈ ແລະ ຮ່າງກາຍຕະຫຼອດຮອດ ຊັບສິນຂອງແມ່ຍິງອາດເກິດຂື້ນຍ້ອນຫຼາຍສາເຫດທີ່ເປັນປະກົດການຫຍໍ້ທໍ້ກັບແມ່ຍິງໃນສັງຄົມ ເພື່ອແກ້ໄຂບັນຫາດັ່ງນັ້ນອົງການສະຫະປະຊາຊາດຈຶ່ງໄດ້ມີສົນທິສັນຍາວ່າດ້ວຍການລົບລ້າງທຸກຮູບແບບການຈຳແນກ ເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທຳຕໍ່ແມ່ຍິງ ແລະ ເດັກນ້ອຍ ໃນວັນທີ 25 ພະຈິກ ປີ 1979 ແລະ ມີຜົນບັງຄັບໃຊ້ໃນປີ 1981 ,ເຊີ່ງມີ 189 ປະເທດ ເຂົ້າຮ່ວມເປັນພາຄີສົນທິສັນຍາ.ໃນປີ 2003 ລັດຖະບານແຫ່ງ ສປປ ລາວ ໄດ້ຖືເອົາເປັນບັນຫາສຳຄັນ ພ້ອມທັງແຕ່ງຕັ້ງຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງແຫ່ງຊາດ ແລ້ວພ້ອມກັນ ເຄື່ອນໄຫວ,ຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນ ກໍ່ຄືໃນວັນທີ 25 ພະຈິກຂອງທຸກໆປີ ບັນດາອົງການຈັດຕັ້ງພັກ - ລັດ ຫຼື ອົງການທີ່ກ່ຽວຂ້ອງໃນສັງຄົມຈື່ງໄດ້ພ້ອມກັນສ້າງຂະບວນການເພື່ອສະເຫຼີມສະຫຼອງວັນສຳຄັນດັ່ງກ່າວຂື້ນຢ່າງມີຄວາມໝາຍອັນເລີກເຊີ່ງ.
ເພື່ອເຫັນໄດ້ເຖີງຄວາມສຳຄັນອຳນາດການປົກຄອງເມືອງຊະນະສົມບູນພ້ອມດ້ວຍເອື້ອຍນ້ອງສະຫະພັນແມ່ຍິງທົ່ວເມືອງຈຶ່ງໄດ້ຈັດພິທີສະເຫຼີມສະຫຼອງເປັນຕົ້ນ ແມ່ນໄດ້ພ້ອມກັນຈັດພິທີ ປ່ອຍ ໝາກປຸ່ມເປົ້າ ເພື່ອປະກາດໃຫ້ສັງຄົມຮັບຮູ້ ແລ້ວຮ່ວມໃຈຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ນອກຈາກນັ້ນຍັງໄດ້ສ້າງຂະບວນການຢ່າງແຕ່ສຳນັກງານປົກຄອງເມືອງໄປຫາໂຮງຮຽນ ມັດທະຍົມສຶກສາເມືອງຊະນະສົມບູນ ໄລຍະຍາວປະມານ 1 ກິໂລ. ແມັດ ພ້ອມທັງຮ່ວມກັນປູກຕົ້ນໄມ້ ແລະ ແຂ່ງຂັນກິລາບານເຕະ,ເປຕັງ, ເຕັມໄປດ້ວຍເນື້ອໃນແຫ່ງຄວາມສາມັກຄີຢ່າງມີບັນຍາກາດຄຶກຄື້ນ.
Editor: ກຳປານາດ ລັດຖະເຮົ້າ