ເມື່ອທ້າຍອາທິດ ຜ່ານມາ ຢູ່ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ ບໍລິສັດ ຢູມີພັດສ ລາວ ຈໍາກັດ ໄດ້ຈັດພິທີເປີດບໍລິສັດ ຢ່າງເປັນທາງການ ໂດຍປະກອບມີທີມງານຜູ້ບໍລິຫານ ຄື: ທ່ານນາງ ນິດຕະຍາວະດີ ພັນເສດ, ທ່ານ ນັກທະວິດ ທະນະກິດສີຣິພັດ, ທ່ານ ທົດສະພົນ ແກ່ນພົມ (ປີເຕີ), ທ່ານ ປອ ຈັນສຸກ ແກ້ວມະນີວົງ, ທ່ານ ເພັດຈະໄຊ ແຈ່ມສັກດາ ແລະ ທ່ານ ຄໍາສອນ ຈັນທະລັງສີ ພ້ອມນີ້ ຍັງມີບັນດາແຂກຖືກເຊີນ ແລະ ລູກຄ້າ ຂອງບໍລິສັດ ຢູ່ມີພັດສ ໄທ, ລາວ ແລະ ກໍາປູເຈຍ ເດີນທາງມາເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານນາງ ນິດຕະຍາວະດີ ພັນເສດ ປະທານຜູ້ບໍລິຫານງານ ບໍລິສັດ ຢູມີພັດສ ກຣຸບ ໄດ້ກ່າວໃນພິທີເປີດວ່າ: ບໍລິສັດ ຢູ່ມີພັດສ ເປັນບໍລິສັດທີ່ດໍາເນີນທຸລະກິດ ກ່ຽວກັບຜະລິດຕະພັນອາຫານເສີມ ທີ່ມີຄຸນນະພາບ ແລະ ໄດ້ຮັບການຕອບຮັບຈາກສັງຄົມ ຢ່າງກວ້າງຂວາງ ເຊີ່ງເປັນບໍລິສັດຂອງຄົນໄທ ແລະ ໄດ້ຂະຫຍາຍສາຂາ ໄປຍັງ ປະເທດກໍາປູເຈຍ, ສປປ ລາວ ແລະ ຫວຽດນາມ ສ່ວນຜະລິດຕະພັນທີ່ເດັ່ນ ແມ່ນຜະລິດຕະພັນ ຢູມີ ໂກລ UME GOLD ເຊິ່ງໄດ້ຮັບລາງວັນລະດັບອາຊຽນ ( ສຸດຍອດແນວຄິດ ແລະ ນະວັດຕະກໍາ ຜະລິດຕະພັນໄທສູ່ມາດຕະຖານອາຊຽນ. ຜະລິດຕະພັນ ຢູມີໂກລ UME GOLD ເປັນຜະລິດຕະພັນທີ່ສະກັດຈາກຫມາກໄມ້ ເປັນຫລັກ ລາສ ເບລີ່ ສີດໍາ ສາຍພັນເກົາຫລີ ເຊີ່ງເປັນຄວາມລັບຈາກເກົາຫລີ ຕໍານານ ກວ່າ 1 ພັນປີ, ສູ່ການພັດທະນາດ້ວຍເຕັກໂນໂລຊີ ທີ່ລໍ້າຍຸກ 2 ຊັ້ນ (ນາໂນເຈວ) UME GOLD ເປັນຜະລິດຕະພັນອາຫານເສີມ ທີ່ຖືກຄິດຄົ້ນໂດຍຄະນະແພດ ແລະ ນັກວິສະວະກໍານາໂນ ຈາກ ສາທາລະນະລັດ ເກົາຫລີ ໂດຍສະເພາະການໃຊ້ນາໂນເຈວ ມາຫຸ້ມຫໍ່ສານອາຫານອີກດ້ວຍ, ນອກຈາກ ຜະລິດຕະພັນ UME GOLD ຍັງປະກອບມີຜະລິດຕະພັນອື່ນໆ.
ພາຍຫລັງຄະນະປະທານໄດ້ຮ່ວມກັນຕັດແຖບຜ້າ ເປີດບໍລິສັດຢ່າງເປັນທາງການແລ້ວ ໃນພິທີ ຍັງໄດ້ມີການພິເຊັນ ຫລື ອະທິບາຍເຖິງຜົນສໍາເລັດ ໃນການດຳເນີນທຸລະກິດ ຢູ່ມີພັດສ, ພ້ອມກັນນັ້ນຍັງໄດ້ອະທິບາຍເຖິງສັບພະຄຸນ ແລະ ຄຸນລັກສະນະພິເສດ ຂອງຜະລິດຕະພັນ UME GOLD ອີກດ້ວຍ.
ບໍລິສັດ ຢູ່ມີພັດສ ລາວ ຈໍາກັດ ແມ່ນມີສໍານັກງານຕັ້ງຢູ່ ຫນ່ວຍ 12 ບ້ານໂນນສະຫງ່າ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ.
Editor: ກຳປານາດ ລັດຖະເຮົ້າ