ຊຸດຝຶກອົບຮົມວຽກງານກວດກາໄລຍະສັ້ນ ຊຸດທີ່ 3 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ໃຫ້ແກ່ບັນດາແຂວງພາກກາງ ແລະ ພາກເໜືອ ໄດ້ຈັດຂື້ນຢ່າງເປັນທາງການ ໃນເມື່ອບໍ່ດົນມານີ້ ຢູ່ທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າແຂວງຊຽງຂວາງ, ຊຸດຝຶກອົບຮົມຄັ້ງນີ້ ບັນດາສຳມະນາກອນ ຈະໄດ້ຮູ້ ຄື: ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາພັກ, ການກວດກາຈັດຕັ້ງພັກ-ລັດ ແລະ ສະມາຊິກພັກ, ພະນັກງານ, ລັດຖະກອນ ເມື່ອມີປະກົດການລະເມີດ, ວຽກງານຕິດຕາມພັກ, ວິທີການສ້າງແຜນການດຳເນີນການກວດກາ, ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາລັດ, ຄວາມຮູ້ພື້ນຖານກ່ຽວກັບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ວຽກງານຄົ້ນຄ້ວາແກ້ໄຂຄຳຮ້ອງຟ້ອງ, ຮ້ອງທຸກ ແລະ ຄຳສະເໜີ.
ຈຸດປະສົງກໍ່ເພື່ອຍົກສູງຄວາມຮູ້ ຄວາມສາມາດກ່ຽວກັບວຽກງານກວດກາ ໃຫ້ແກ່ພະນັກງານ ລັດຖະກອນໃນຂະແໜງອຸດສາຫະກຳ ແລະ ການຄ້າໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ວຽກງານກວດກາ ເພື່ອນຳໄປຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ຮັບປະກັນໄດ້ທາງດ້ານປະລິມານ ແລະ ຄຸນນະພາບ ຊຸດຝືກອົບຮົມຄັ້ງນີ້ຈະໄດ້ດຳເນີນເຖີງວັນທີ 24 ພະຈິກ 2017 ຈີ່ງຈະສຳເລັດ. ເຂົ້າຮ່ວມຊຸດຝືກອົບຮົມຄັ້ງນີ້ມີ ທ່ານ ພັນ ວິໄລສົມ ຫົວໜ້າກົມກວດກາກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນດາພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍວິທະຍາກອນ ແລະ ສໍາມະນາກອນຈາກບັນດາແຂວງພາກກາງ ແລະ ພາກເໜືອ ເຂົ້າຮ່ວມຢ່າງພ້ອມພຽງ.
Editor: ກຳປານາດ ລັດຖະເຮົ້າ