
ພັກ ແລະ ລັດຖະບານເຮົາມີແຜນນະໂຍບາຍເພື່ອແກ້ໄຂບັນຫາຜົນກະທົບການເກີດລະບາຍພະຍາດສັດ ໃຫ້ຖຶກທິດ ແລະ ທັນກັບສະພາບການຕົວຈິງ, ລັດຖະບານຈຶ່ງໄດ້ອອກກົດໝາຍການລ້ຽງສັດ ແລະ ການສັດຕະວະແພດ ສະບັບ ເລກທີ່03/ສພຊ, ລົງວັນທີ 25 ກໍລະກົດ ປີ 2008 ໂດຍໃຫ້ກຳນົດເອົາວັນທີ 11 ພະຈິກ ຂອງທຸກໆປີເປັນ ວັນສັກຍາປ້ອງກັນພະຍາດສັດແຫ່ງຊາດ ທັງນີ້ກໍ່ເພື່ອແນ່ໃສເຮັດໃຫ້ທຸກອົງການຈັດຕັ້ງ ແລະ ທົ່ວກຳລັງແຮງ ຂອງສັງຄົມໄດ້ພ້ອມກັນປຸກລະດົມຂະບວນການສັກຢາປ້ອງກັນພະຍາດສັດ ໃຫ້ນັບມື້ນັບກວ້າງຂວາງອອກ ແລະ ແຜ່ຫຼາຍໂດຍປະຕິບັດຕາມທິດນຳທີ່ວ່າ (ຖືເອົາປີ້ນປົວເປັນສຳຄັນ ແລະ ຖືເອົາການປ້ອງກັນ ເປັນຕົ້ນຕໍ)
ໃນວັນທີ 21 ພະຈິກ 2017 ຜ່ານມານີ້, ຢູ່ທີ່ຫ້ອງການ ບ້ານຂັນໝາກ. ເມືອງວັງວຽງ ແຂວງວຽງຈັນ. ໄດ້ມີພິທີເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດທີ່ເມືອງວັງວຽງຂຶ້ນຢ່າງເປັນທາງການ. ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ບູນຈັນ ມາລາວົງ ຮອງເລຂາພັກເມືອງຮອງເຈົ້າເມືອງໆວັງວຽງ, ມີ ທ່ານ ອຸໄທ ສຸວັນດີ ຮອງຫົວຫນ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ມີບັນດາ ຫົວໜ້າຫ້ອງການຮອງຫົວໜ້າ ຫ້ອງການ, ວິຊາການສັກຢາ, ມີບັນດາທ່ານນາຍບ້ານພາຍໃນກຸ່ມນາມອນ ແລະ ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.
ເນື່ອງໃນວັນສັກຢາກັນພະຍາດສັດແຫ່ງຊາດວັນທີ 11 ພະຈິກ 2017 ຫ້ອງການກະສີກຳ ແລະ ປ່າໄມ້ເມືອງວັງວຽງໄດ້ປະສານສົມທົບກັບອຳນາດການປົກຄອງກຸ່ມບ້ານນາມອນເປີດຂະບວນການສັກຢາກັນພະຍາດ ສັດປະຈຳປີ 2017 ຂຶ້ນ. ທ່ານ ອຸໄທ ສຸວັນດີ ຮອງຫົວຫນ້າ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງວັງວຽງ ໄດ້ຂື້ນຜ່ານການເຄື່ອນໄຫວຜ່ານມາ ແລະ ການກະກຽມການສັກຢາໃນປີນີ້ວ່າ: ເພື່ອເຮັດໃຫ້ຊາວ ເມືອງວັງວຽງ ເຫັນໄດ້ເຖິງຄວາມໝາຍຄວາມສຳຄັນຂອງວັນສັກຢາປ້ອງກັນພະຍາດສັດ, ໂດຍໃນເມື່ອກ່ອນແມ່ນປະຊາຊົນ ຊາວກະສິກອນ ສ່ວນໃຫຍ່ແມ່ນລ້ຽງສັດແບບທຳມະຊາດຕາມມີຕາມເກີດ ເຮັດໃຫ້ສັດລົມຕາຍ,ຕິດພະຍາດ ຂະຫຍາຍເປັນວົງໃຫຍ່ ເຊິ່ງມີຜົນກະທົບຕໍ່ກັບລາຍຮັບຂອງປະຊາຊົນ ຊາວກະສິກອນ ສະນັ້ນການຂະ ຫຍາຍຕົວຂອງຝູງສັດແມ່ນຍັງບໍ່ໄດ້ຕາມລະດັບຄາດໝາຍເທົ່າທີ່ຄວນ. ພັກ-ລັດຖະບານຈື່ງໄດ້ວາງແນວທາງແກ້ໄຂ ເຫັນດີຕົກລົງເອົາ ວັນທີ 11 ເດືອນພະຈິກ ຂອງທຸກໆປີເປັນວັນສັກຍາ ປ້ອງກັນພະຍາດສັດ. ໃນສົກປີ 2017 ນີ້ ເມືອງວັງວຽງ ສາມາດຈັດຕັ້ງການລົງເຄື່ອນໄຫວສັກຢາໃຫ້ສັດລ້ຽງ ຂອງພໍ່ແມ່ປະຊາຊົນໄດ້ 20 ກວ່າຄັ້ງ ແລະ ໃນນັ້ນສັກຢາປ້ອງກັນ ຄວາຍ 1,655 ໂຕ, ງົວ 9,711ໂຕ, ໝູ 2,151 ໂຕ, ສັດປີກ 27,252 ໂຕ ຫຼື ກວມເອົາ 40% ຂອງຈໍານວນຝູງສັດ ພ້ອມນັ້ນກໍ່ໄດ້ເອົາໃຈໃສ່ລົງຊຸກຍູ້ຊາວກະສິກອນຜູ້ລ້ຽງສັດໃຫ້ເຂົ້າສູ້ລະບຽບລ້ຽງສັດຕາມເງືອນໄຂທ່າແຮງຕົວຈີງຂອງທ້ອງຖີ່ນຂອງຄອບຄົວ,ລ້ຽງສັດໃຫ້ຖືກ ຕ້ອງຕາມຫຼັກວິຊາການ,ລ້ຽງໃຫ້ ມີຄວາມຮັບຜິດຊອບ ແລະ ແນ່ໃສຮັບປະກັນໃຫ້ແກ່ຜົນຜະລິດຂອງຕົນເອງ, ໃນນັ້ນໃນໄລຍະຜ່ານມາເຮັດໃຫ້ສະພາບ ການລະບາດຂອງພະຍາດສັດລຸດລົງເທື່ອລະກ້າວ
ທີມຂ່າວ ຈາກເມືອງວັງວຽງ
Editor: ກຳປານາດ ລັດຖະເຮົ້າ

