ວັນທີ 21 ພະຈິກ 2017 ຜ່ານມານີ້, ທ່ານ ປອ.ຄຳແກ້ວ ສານບຸນຄູນໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະ ໄດ້ນຳເອົາເຄື່ອງຊ່ວຍເຫຼືອມອບໃຫ້ບ້ານເມືອງເກີນ, ກຸ່ມບ້ານໂພນໄຊ, ເມືອງຊໍາໃຕ້ ແຂວງຫົວພັນ ທີໄດ້ຮັບຜົນກະທົບຈາກໄພພິບັດ ນໍ້າຖ້ວມ ໃນຄັ້ງວັນທີ 10 ຕຸລາ 2017 ທີ່ຜ່ານມາ.
ເຄື່ອງທີນຳມາມອບໃນຄັ້ງນີ້ລວມມີ ເຂົ້າສານ 4.584 ກິໂລ, ເຄື່ອງໃຊ້ໃນຄົວເຮືອນ 14 ຊຸດ, ສັງກະສີ 680 ແຜ່ນ ແລະ ເຫຼັກຕາປູ 210 ກິໂລກຣາມ, ລວມມູນຄ່າທັງໝົດ 87 ລ້ານ 690.000 ກີບ. ນອກນັ້ນ, ຍັງໄດ້ມອບເຂົ້າສານຈຳນວນ 2.328 ກິໂລ ເປັນມູນຄ່າ 17 ລ້ານກວ່າກີບ ໃຫ້ບ້ານປາວໃຕ້, ກຸ່ມບ້ານເມືອງປາວ ເມືອງຊຳໃຕ້ ແຂວງຫົວພັນ, ໃຫ້ກຽດກ່າວມອບຂອງທ່ານ ປອ. ຄຳແກ້ວ ສານບຸນຄູນໄຊ ຮອງລັດຸິມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເຂົ້າຮ່ວມມີ ທ່ານ ຈູເຮີ ກຳມະການພັກແຂວງ ຫົວໜ້າພະແນກແຮງງານ ແລະ ສະຫັວດດີການສັງຄົມແຂວງຫົວພັນ, ທ່ານ ພອນຈັນ ຂະທຸມພົມ ຮອງເລຂາຄະນະພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງຊຳໃຕ້ ແລະ ພ້ອມທີມງານກະຊວງ, ແຂວງ ແລະ ເມືອງເຂົ້າຮ່ວມຢ່າງພ້ອມພຽງ
ຂອບໃຈ ທີມຊ່າວ ຖວທ ເມືອງຊໍາໃຕ້
Editor: ກຳປານາດ ລັດຖະເຮົ້າ