ເມື່ອບໍ່ດົນຜ່ານມາ ຢູ່ທີ່ສະໂມສອນຂອງເມືອງວັງວຽງ ແຂວງວຽງຈັນ. ໄດ້ມີ ພະແນກແຮງງານແລະສະຫວັດດີການສັງຄົມມອບເງິນໃຫ້ 4 ເມືອງຄື: ເມືອງຫີນເຫີບ, ເມືອງວັງວຽງ, ເມືອງກາສີ ແລະເມືອງແມດ. ໂດຍພາຍໃຕ້ການເປັນທານ ຂອງທ່ານ ຍົມສອນ ຄຳມາສີ ຫົວຫນ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງວຽງຈັນ, ມີບັນດາທ່ານ ເຈົ້າເມືອງ, ຮອງເຈົ້າເມືອງ, ຫົວຫນ້າ-ຮອງຫົວຫນ້າຫ້ອງການ ແລະ ພະນັກງານວິຊາການ ຂອງຫ້ອງການແຮງງານແລະສະຫວັດດີການສັງຄົມທັງ 4 ເມືອງເຂົ້າຮ່ວມ.
ຈຸດປະສົ່ງ ແມ່ນເພື່ອປະຕິບັດຕາມ ຂໍ້ຕົກລົງຂອງທ່ານ ລັດຖະມົນຕີກະຊວງແຮງງານແລະສະຫວັດດີການສັງຄົມ ເລກທີ 2196/ຮສສ. ລົງວັນທີ່ 20/6/2017 ວ່າດ້ວຍການສ້າງບ້ານພັດທະນາແຮງງານ ແລະ ສະຫວັດດີການສັງຄົມ. ໂດຍສະເພາະຫລັກການ, ມາດຕະຖານ, ວິທີ, ຂັ້ນຕອນ ແລະ ການຊີ້ນຳ-ນຳພາ. ເພື່ອເປັນບ່ອນອີງທາງດ້ານນິຕິກຳ ໃຫ້ແກ່ພະນັກງານແຕ່ລະຂັ້ນ ນຳໄປຈັດຕັ້ງປະຕິບັດຢ່າງເປັນເອກະພາບກັນໃນຂອບເຂດທົ່ວປະເທດ ແນ່ໃສ່ການສຶກສາອົບຮົມສະມາຊິກຄອບຄົວ ແລະ ປະຊາຊົນພາຍໃນບ້ານ ມີສະຕິຕື່ນຕົວໃນການອອກແຮງງານ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນໃຫ້ມີຄວາມເຂັ້ມແຂງ. ບົດສະເໜີໂຄງການ, ແນະນຳກ່ຽວກັບການສ້າງແຜ່ນ ແລະ ນຳໃຊ້ງົບປະມານທີ່ກະຊວງຈັດແບ່ງໃຫ້ຕາມແຈ້ງການຂອງຫ້ອງການກະຊວງ ເລກທີ 2508/ຮສສ. ເລື່ອງ: ໃຫ້ສ້າງແຜ່ນນຳໃຊ້ເງີນບ້ວງບໍລິຫານວຽກງານ 3 ສ້າງ ແລະ ແຈ້ງການເລກທີ 2509/ຮສສ. ເລື່ອງ: ການນຳໃຊ້ເງີນບ້ວງບໍລິຫານວຽກງານ 3 ສ້າງ. ຫລັງຈາກນັ້ນ, ບັນດາທ່ານ ເຈົ້າເມືອງ, ຮອງເຈົ້າເມືອງ ແລະຫົວຫນ້າ ຫ້ອງການແຮງງານແລະສະຫວັດດີການສັງຄົມທັງ 4 ເມືອງ ໄດ້ປະກອບຄວາມຄິດເຫັນແລະລາຍງານສະພາບຂອງແຕ່ລະເມືອງ.
ໃຫ້ກຽດຂື້ນມອບເງິນ ເມືອງລະ 13 ລ້ານ 5 ແສນກີບ ໃຫ້ກັບ 4 ເມືອງຄື: ເມືອງຫີນເຫີບ,ເມືອງວັງວຽງ, ເມືອງກາສີ ແລະ ເມືອງແມດ. ໂດຍທ່ານ ຍົມສອນ ຄຳມາສີ ຫົວຫນ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງວຽງຈັນ, ໃຫ້ກຽດຂຶ້ນກ່າວຮັບໂດຍທ່ານເຈົ້າເມືອງ-ຮອງເຈົ້າເມືອງ, ຫົວຫນ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມທັງ 4 ເມືອງເປັນສັກຂີພະຍານ. ຕອນທ້າຍ ທ່ານ ຫົວຫນ້າພະແນກແຮງງານແລະສະຫວັດດີການສັງຄົມແຂວງວຽງຈັນ ຍັງໃຫ້ກຽດໂອ້ລົມພ້ອມທັງເນັ້ນໝັກໃຫ້ ບັນດາແຕ່ລະເມືອງ ນຳໃຊ້ງົບປະມານຈຳນວນດັ່ງກ່າວໃຫ້ເກີດຜົນປະໂຫຍດສູງສຸດ.
ທີມຂ່າວ ຖວທ ເມືອງວັງວຽງ
Editor: ກຳປານາດ ລັດຖະເຮົ້າ