ເພື່ອເປັນການຮັບປະກັນການສະໜອງນໍ້າໃຫ້ພຽງພໍ, ມີປະສິດທິພາບ ແລະ ທ່ວງທັນກັບລະດູການຜະລິດ. ອີງຕາມ ກົດໝາຍຊົນລະປະທານ ສະບັບເລກທີ 261/ສພຊ, ລົງວັນທີ 14 ທັນວາ 2012, ເຊີ່ງກຳນົດເອົາວັນ 3 ພະຈິກ ເປັນວັນຊົນລະປະທານແຫ່ງຊາດ, ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໄດ້ສ້າງຂະບວນການອະນາໄມລວງຄອງເໝືອງ ແລະ ປ່ອຍນ້ຳຊົນລະປະທານ ສະໜອງໃຫ້ແກ່ເນື້ອທີ່ການຜະລິດລະດູແລ້ງ ສົກປີ 2017-2018 ເມື່ອບໍ່ດົນມານີ້ ຢູ່ທີ່ສະຖານີດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມ ຂອງທ່ານ ປອ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ປອ. ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້. ບັນດາຫົວໜ້າ ຮອງຫົວໜ້າກົມ, ເຈົ້າເມືອງ ຮອງເຈົ້າເມືອງ, ຫົວ ໜ້າ ຮອງຫົວໜ້າພະແນກພ້ອມ ດ້ວຍພະນັກງານວິຊາການ ຕະຫຼອດຮອດປະຊາຊົນອ້ອມຂ້າງ ບ້ານດົງໂພສີ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ປອ. ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ລາຍງານວ່າ: ປັດຈຸບັນ ທົ່ວນະຄອນຫຼວງວຽງຈັນ ມີລະບົບຊົນລະປະທານທັງໝົດ 80 ແຫ່ງ ໃນນັ້ນປະກອບມີອ່າງເກັບນ້ຳ 11 ແຫ່ງ, ຝາຍນ້ຳລົ້ນ 2 ແຫ່ງ, ຈັກສູບນໍ້າດ້ວຍໄຟຟ້າ 65 ແຫ່ງ ຊົນລະປະທານຝົນຝອຍ 1 ແຫ່ງ, ມີກຸ່ມຜູ້ນຳໃຊ້ນ້ຳທັງໝົດ 135 ກຸ່ມ, ມີລະບົບຄອງເໝືອງຍາວທັງໝົດ 471.685 ແມັດ. ໃນນັ້ນ ມີຄອງເບຕົງ 47.948ແມັດ. ຄອງເໝືອງແມ່ 184.848 ແມັດ ແລະ ຄອງຊອຍ 238.889 ແມັດ. ລະບົບຊົນລະປະທານເຫຼົ່ານີ້ ສາມາດສະຫຼອງນ້ຳໃຫ້ແກ່ການຜະລິດລະດູຝົນ ເຂດຊົນລະປະທານໄດ້ 53.000 ເຮັກຕາ.
ເພື່ອໃຫ້ພິທີດັ່ງກ່າວມີຄວາມໝາຍຄວາມສຳຄັນນັ້ນຄະນະປະທານ ແລະແຂກທີ່ເຂົ້າຮ່ວມກໍ່ໄດ້ເປັນກຽດຕັດແຖບຜ້າ ຈາກນັ້ນເຈົ້າຄອງນະຄອນຫຼວງວຽງຈັນກໍ່ໄດ້ລັ່ນຄ້ອງ 9 ບາດເພື່ອເປັນການບົງບອກເຖີງ ການເປີດນຳໃຊ້ນໍ້າຊົນລະປະທານ ແລະ ເປີດຂະບວນການຜະລິດລະດູແລ້ງ ສົກປີ 2017-2018 ຢ່າງເປັນທາງການ ໃນເວລາຕໍ່ມາທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະໄດ້ລົງເບີ່ງການ ສາທິດການເຮັດນາຢອດ ທີ່ປະຢັດຕົ້ນທືນ ແລະ ແຮງງານ ທັງໄດ້ຜົນຜະລິດສູງອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ