ໃນວັນທີ 21 ພະຈິກນີ້, ທີ່ສະຖານີໄຟຟ້ານາໄຫ ນະຄອນຫຼວງວຽງຈັນ, ໄດ້ມີພິທີວາງສີລາລຶກໂຄງການກໍ່ສ້າງສາຍສົ່ງ ແລະ ສະຖານີໄຟຟ້າ 115/22 ກິໂລໂວນ ນາໄຫ-ດົງໂພສີ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ຫວາງ ເວີນ ທຽນ (Wang Wen tien) ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ສປ ຈີນ ປະຈຳ ສປປ ລາວ, , ພ້ອມນັ້ນ ຍັງມີທູດເສດຖະກິດ ແລະ ການຄ້າ ສປ ຈີນ ປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ດວງສີ ພາຣາຍົກ ຮອງຜູ້ອຳນວຍການໃຫຍ່ ບໍລິສັດໄຟຟ້າລາວ (ຟຟລ) ກ່າວວ່າ: ໂຄງການກໍ່ສ້າງສາຍສົ່ງ ແລະ ສະຖານີໄຟຟ້າ 115/22 ກິໂລໂວນ ນາໄຫ-ດົງໂພສີ ແມ່ນແຜນງານໜຶ່ງທີ່ສຳຄັນ ແລະ ນອນຢູ່ໃນແຜນແມ່ບົດ ເພື່ອພັດທະນາລະບົບໄຟຟ້າຢູ່ປະເທດລາວ ແຕ່ນີ້ຮອດປີ 2030 ແນໃສ່ສ້າງເງື່ອນໄຂ ແລະ ຂຸດຄົ້ນທຸກຄວາມສາມາດບົ່ມຊ້ອນ ເພື່ອເຮັດໃຫ້ຂະແໜພະລັງງານໄຟຟ້າໄດ້ຮັບການຈັດຕັ້ງປະຕິບັດດ້ວຍຈັງຫວະທີ່ຕໍ່ເນື່ອງ ແລະ ໝັ້ນທ່ຽງ ກາຍເປັນກຳລັງແຮງເພື່ອຍູ້ການຂັບເຄື່ອນເສດຖະກິດແຫ່ງຊາດທັງໃນສະເພາະໜ້າ ແລະ ໄລຍະຍາວ,
ສະເພາະສະຖານີນາໄຫ ຊຶ່ງເປັນສະຖານີໃໝ່ທີ່ມີກຳລັງຕິດຕັ້ງ ລວມທັງໝົດ 100 ເມກາວັດອຳເປ (MVA) ແລະ ສະຖານີດົງໂພສີ ແມ່ນສ້າງ Bays 115 ກິໂລໂວນ 4 Bays ພ້ອມອຸປະກອນ ແລະ ເຄື່ອງອື່ນໆຄົບຊຸດ ລວມມູນຄ່າທັງໝົດ 76 ລ້ານໂດລາ ຊຶ່ງເປັນເງິນກູ້ນະໂຍບາຍພິເສດຈາກທະນາຄານ Exim Bank of China.
ໂອກາດດຽວກັນນັ້ນ ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ກໍໄດ້ມີຄຳເຫັນບາງຕອນ ວ່າ: ປະຈຸບັນ ສປປ ລາວ ມີເຂື່ອນຜະລິດພະລັງງານໄຟຟ້າ ທັງໝົດ 47 ແຫ່ງ, ດ້ວຍກຳລັງຕິດຕັ້ງ 6.465 ເມກາວັດ ແລະ ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 35.120 ກິກະວັດໂມງຕໍ່ປີ, ພ້ອມນັ້ນ ຍັງມີ 53 ແຫ່ງ ທີ່ກໍາລັງກໍ່ສ້າງ, ຊຶ່ງຄາດວ່າຮອດປີ 2020-2021 ທີ່ຈະມາເຖິງ ສປປ ລາວ ຈະມີແຫຼ່ງຜະລິດພະລັງງານໄຟຟ້າທັງໝົດ 100 ແຫ່ງ ດ້ວຍກໍາລັງຕິດຕັ້ງ 13.120 ເມກາວັດ ແລະ ມີກຳລັງການຜະລິດ 66.944 ກິໂລວັດໂມງຕໍ່ປີ, ໃນນັ້ນ 85% ແມ່ນສົ່ງອອກໄປຈຳໜ່າຍຢູ່ຕ່າງປະເທດ, ສະນັ້ນ ຖ້າໂຄງການນີ້ສຳເລັດກໍ່ຈະກາຍເປັນສ່ວນປະກອບທີ່ສຳຄັນ ແລະ ເປັນພື້ນຖານເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢູ່ໃນຂອບເຂດນະຄອນຫຼວງວຽງຈັນ ຊຶ່ງເປັນເຂດຍຸດທະສາດທີ່ສໍາຄັນໃນການຜະລິດກະສິກໍາ.
ອຸດສາຫະກຳ, ການຜະລິດເປັນສິນຄ້າ, ເຂດໃຫ້ບໍລິການ ແລະ ອື່ນໆ ໃຫ້ມີຄວາມສະດວກ, ເພາະໂຄງການດັ່ງກ່າວ ຈະເນັ້ນຜ່ານເຂດຊຸມຊົນທີ່ເປັນເຂດພວມພັດທະນາໃນທຸກດ້ານຂອງເຂດເມືອງຫາດຊາຍຟອງ ເພື່ອຮັບປະກັນທາງດ້ານກະສິກຳແບບຄົບວົງຈອນ, ດ້ານອຸດສາຫະກຳ, ການຂົນສົ່ງ, ການປຸງແຕ່ງ, ການບໍລິການ ແລະ ອື່ນໆ ທີ່ພວມຂະຫຍາຍຕົວຢ່າງວ່ອງໄວຢູ່ໃນປະຈຸບັນນີ້.
Editor: ກຳປານາດ ລັດຖະເຮົ້າ