ກອງປະຊຸມ ຖອດຖອນບົດຮຽນການພັດທະນາໄຟຟ້າ ແລະ ການດໍາເນີນກິດຈະການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ປະຈໍາປີ 2017 ໄດ້ຈັດຂື້ນ ໃນລະຫວ່າງ ວັນທີ 20-21 ພະຈິກ 2017 ທີ່ສໍານັກງານໃຫຍ່ ລັດວິສາຫະກິດ ໄຟຟ້າລາວ, ບ້ານໂສກປ່າຫລວງ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມມີບັນດາຫົວຫນ້າກົມ, ຮອງກົມຈາກກະຊວງ, ຄະນະອໍານວຍການລັດວິສາຫາກີດໄຟຟ້າ, ພະແນກການທີ່ກ່ຽວຂ້ອງ, ລວມທັງພະນັກງານວິຊາການ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ ຢ່າງພ້ອມພຽງ.
ກອງປະຊຸມ ຄັ້ງນີ້ ແມ່ນໄດ້ດໍາເນີນເປັນເວລາ 2 ວັນ ເພື່ອໃຫ້ຫລາຍພາກສ່ວນ ລວມທັງຜູ້ປະກອບການທຸລະກິດ ດ້ານໄຟຟ້າ ໄດ້ຮັບຮູ້ ຜົນງານການພັດທະນາໄຟຟ້າຢູ່ປະເທດເຮົາ ໃນໄລຍະຊຸ່ມປີຜ່ານມາ, ແລະ ການປັບປຸງນິຕິກໍາໃຫມ່ ຈໍານວນຫນຶ່ງ ເຊັ່ນ: ກົດຫມາຍວ່າດ້ວຍໄຟຟ້າ ສະບັບປັບປຸງ 2017 ທີ່ສະພາແຫ່ງຊາດຮັບຮອງ ໃນເດືອນພຶດສະພາ 2017, ຂໍ້ແນະນໍາ ແລະ ລະບຽບການທາງດ້ານເຕັກນິກ, ການບໍລິການຂໍ້ນໍາໃຊ້ກະແສໄຟຟ້າ ແລະ ອື່ນໆ. ກອງປະຊຸມ ຍັງໄດ້ມີການສົນທະນາແລກປ່ຽນບົດຮຽນໃນການພັດທະນາໄຟຟ້າ ແລະ ການດໍາເນີນກິດຈະການໄຟຟ້າ ລະຫວ່າງພາກລັດ ແລະ ຜູ້ປະກອບການທຸລະກິດ ແລະ ບັນຫາອື່ນໆ, ທັງໝົດກໍ່ເພື່ອປັບປຸງການດໍາເນີນການໄຟຟ້າ ແລະ ການຊົມໃຊ້ພະລັງງານໄຟຟ້າ ໃຫ້ມີຄວາມສະດວກ, ວ່ອງໄວ, ປອດໄພ, ມີຄວາມໂປງໃສ ຮັບປະກັນທາງດ້ານເຕັກນິກ ແລະ ປະສິດທິຜົນສູງ. ກໍ່ຄືການຫລຸດຜ່ອນຂັ້ນຕອນ ການນໍາໃຊ້ໄຟຟ້າ ຈາກ 6 ຂັ້ນຕອນ ລົງມາ 5 ຂັ້ນຕອນ ຫລື ຈາກການໃຊ້ເວລາ 134 ວັນ ໃຫ້ຫລຸດລົງມາເຫລືອ 50 ວັນ, ວຽກພັດທະນາໂຄງການໄຟຟ້າ ກໍ່ໄປຕາມລະບຽບ ແລະ ກົດຫມາຍ ແລະ ຕາມຂັນຕອນຂອງການພັດທະນາໄຟຟ້າ, ສອດຄ່ອງຕາມແຜນພັດທະນາເສດຖະກິດ-ສັງຄົມ ຢ່າງແທ້ຈິງ ເພື່ອເຮັດໃຫ້ຂະແຫນງໄຟຟ້າ ຈອງປະເທດເຮົາ ເຕີບໃຫຍ່ ຂະຫຍາຍຕົວ ຢ່າງມີປະສິດທິຜົນສູງ ເປັນພື້ນຖານແກ່ການພັດທະນາອຸດສາຫະກຳທັນສະໄຫມ ແລະ ອໍານວຍຄວາມສະດວກ ໃຫ້ປະເທດຫລຸດພົ້ນຈາກປະເທດດ້ອຍພັດທະນາ ພາຍໃນປີ 2020.
Editor: ກຳປານາດ ລັດຖະເຮົ້າ