ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໃໝ່ ແລະ ກອງບັນຊາການ ປກສ ເມືອງຂວາ, ແຂວງຜົ້ງສາລີ ສປປ ລາວ ສົມທົບກັບ ທະຫານປ້ອງກັນຊາຍແດນ ແຂວງດຽນບຽນ ສສ ຫວຽດນາມ ມ້າງຄະດີຢາເສບຕິດຢູ່ໂຮງແຮມເຊີນນາລີ, ເມືອງຂວາ ສາມາດກັກຕົວຜູ້ຖືກຫາໄດ້ 2 ຄົນ ພ້ອມທັງຢຶດຂອງກາງໄດ້ ຈໍານວນ 66.000 ເມັດ.
ເຈົ້າໜ້າທີ່ ສປປ ລາວ ໃຫ້ຮູ້ວ່າ: ເພື່ອສືບຕໍ່ຮ່ວມມືວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດຢູ່ລຽບຕາມຊາຍ ແດນຂອງສອງແຂວງ ລະຫວ່າງ ແຂວງຜົ້ງສາລີ ແລະ ແຂວງດຽນບຽນ ໃຫ້ນັບມື້ນັບມີຄວາມສະຫງົບ ແລະ ມີ ຄວາມເປັນລະບຽບຮຽບຮ້ອຍ, ມາໃນວັນທີ 5 ພະຈິກ 2017 ເຈົ້າໜ້າທີ່ທັງສອງປະເທດ ໄດ້ນໍາກໍາລັງເຂົ້າກວດຄົ້ນ ເປົ້າໝາຍຄ້າ ຂາຍຢາເສບຕິດຢູ່ໂຮງແຮມເຊີນນາລີ ເມືອງຂວາ, ຜ່ານການກວດ ຄົ້ນຕົວພົບເຫັນຢາບ້າຈຳນວນ 330 ຖົງເທົ່າກັບ 66.000 ເມັດ ພ້ອມ ທັງກັກຕົວ ທ້າວ ເກັ່ງເຊັ່ງ ອາຍຸ 17 ປີ ຢູ່ບ້ານປາງປໍ, ເມືອງຫຼ້າ, ແຂວງອຸ ດົມໄຊ ແລະ ທ້າວ ອິ່ນ ອາຍຸ 54 ປີ ຢູ່ບ້ານຫາດເຊີຍ ເມືອງຂວາ ແຂວງຜົ້ງສາລີ ມາສືບສວນ-ສອບສວນ.
ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ໃນເບື້ອງຕົ້ນ ພວກກ່ຽວຮັບສາລະພາບວ່າ: ຢາບ້າຈໍານວນດັ່ງກ່າວ ທີ່ເຈົ້າໜ້າທີ່ກັກໄດ້ ເປັນຂອງພວກກ່ຽວແທ້ ເຊິ່ງໄດ້ເອົາມາຈາກຜູ້ຮ່ວມຂະບວນການ; ປັດຈຸບັນຄະດີດັ່ງກ່າວ ທັງເຈົ້າໜ້າທີ່ ປກສ ເມືອງ ໄດ້ນຳສົ່ງໃຫ້ກອງຄະດີ ປກສ ແຂວງຜົ້ງສາລີ ເພື່ອສືບສວນ-ສອບສວນຂະຫຍາຍຜົນຕໍ່ໄປ.
Editor: ຫນັງສືພິມຄວາມສະຫງົບ