ການປະກາດແຕ່ງຕັ້ງເຈົ້າແຂວງອັດຕະປື ແລະ ມອບຮັບໜ້າທີ່ເຈົ້າແຂວງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂື້ນຢ່າງເປັນທາງການ ໃນຕອນບ່າຍ ວັນທີ 21 ພະຈິກ 2017 ນີ້ ທີ່ຫໍປະຊຸມໃຫຍ່ຂອງແຂວງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພັນຄຳ ວິພາວັນ, ກຳມະການກົມການເມືອງ ສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍບັນດາທ່ານ ຄະນະນໍາຈາກສູນກາງ ແລະ ອອ້ມຂ້າງແຂວງ ເຂົ້າຮ່ວມ.
ໃນພິທີທ່ານ ນາງ ບຸດສະດີ ທະນະເມືອງ, ຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັຕັ້ງສູນກາງພັກ ໄດ້ຂື້ນຜ່ານຄຳສັ່ງຂອງນາຍົກລັດຖະມົນຕີ, ຜ່ານມະຕິຕົກລົງຂອງກົມການເມືອງ ແລະ ຜ່ານລັດຖະດຳລັດຂອງນາຍົກລັດຖະມົນຕີ , ຄຳສັ່ງຂອງກົມການເມືອງສູນກາງພັກວ່າດ້ວຍການຍົກຍ້າຍ ທ່ານ ດຣ ນາມ ວິຍາເກດ, ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອັດຕະປື ຜູ້ເກົ່າ ໄປຮັບໜ້າທີ່ໃໝ່່ ຢູ່ສະພາວິທະຍາສາດ ສັງຄົມແຫ່ງຊາດ ແລະ ຕົກລົງແຕ່ງຕັ້ງ ທ່ານ ເລັດ ໄຊຍະພອນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຂື້ນເປັນເລຂາພັກແຂວງ ເຈົ້າແຂວງອັດຕະປື ຜູ້ໃໝ່.
ໂອກາດດັ່ງກ່າວ ທ່ານ ດຣ ນາມ ວິຍາເກດ ກໍ່ໄດ້ຂື້ນຜ່ານບົດສະຫຼຸບຫຍໍ້ ໃນການຊີ້ນຳໆພາວຽກງານ ຕະຫຼອດໄລຍະທີ່ທ່ານດຳລົງຕຳແໜ່ງ 3 ປີກວ່າຜ່ານມາ ພ້ອມທັງກ່າວມອບໜ້າທີ່ ໃຫ້ເຈົ້າແຂວງຜູ້ໃໝ່ ຈາກນັ້ນ ທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ ເຈົ້າແຂວງອັດຕະປືຜູ້ໃໝ່ ກໍ່ໄດ້ຂື້ນກ່າວຮັບໜ້າທີ່ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ເຈດຕະລົມຂອງທ່ານເຈົ້າແຂວງຜູ້ເກົ່າ ໃນການຮັກສາທ່ວງທ່າ ອັດຕາຈະເລີນເຕີບໂຕທາງດ້ານເສດຖະກີດຂອງແຂວງ, ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ລວມທັງການແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ພ້ອມນັ້ນ ກໍ່ໄດ້ມີພິທີ ເຊັນບົດບັນທືກ ມອບ-ຮັບ ໜ້າທີ່ ຢ່າງເປັນທາງການ.
ໃນຕອນທ້າຍຂອງພິທີ ທ່ານ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປລາວ ກໍ່ໄດ້ມີຄໍາເຫັນໂອ້ລົມ ບັນຫາສໍາຄັນທ່ານໄດ້ຍົກໃຫ້ເຫັນ ເຖິງຄວາມຈຳເປັນໃນການສັບຊ້ອນ ພະນັກງານການນຳຂັ້ນສູງໃນຄັ້ງນີ້ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ນອກຈາກນັ້ນທ່ານກໍ່ໄດ້ຮຽກຮ້ອງໃຫ້ເຈົ້າແຂວງຜູ້ໃໝ່ ຕ້ອງມີວິໃສທັດໃນການເບິ່ງບັນຫາ ເພີ່ມທະວີຄວາມສາມັກຄີເປັນເອກະພາບ ໃນການນຳພາໝູ່ຄະນະ ເສີມຂະຫຍາຍຈຸດດີ, ແກ້ໄຂຈຸດອ່ອນ ໃນການຄູ້ມຄອງລັດ ຄູ້ມຄອງເສດຖະກິດສັງຄົມ ປັບປຸງແບບແຜນນຳພາ, ແບບແຜນດຳລົງຊີວິດ, ເປັນແບບຢ່າງແກ່ມະຫາຊົນ ສ້າງໄດ້ຄວາມເຊື່ອໝັ້ນ ແລະ ເສີມຂະຫຍາຍມູນເຊື້ອທີ່ດີຂອງແຂວງ ເພື່ອນຳພາ ແລະປຸກລະດົມກຳລັງແຮງຂອງສັງຄົມ ພ້ອມກັນສ້າງສາພັດທະນາແຂວງອັດຕະປື ເດີນໄປຂ້າງໜ້າ ດ້ວຍບາດກ້າວທີ່ ໜັກແໜ້ນ.
Editor: ຂ່າວສານແຂວງອັດຕະປື