ເພື່ອປະຕິບັດຕາມຄຳສັ່ງ ຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ລົງວັນທີ 13 ພືດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ໃຫ້ປະກົດຜົນເປັນຈີງ. ເມື່ອບໍ່ດົນຜ່ານມາ ກົມກວດກາປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້, ສົບທົບກັບ ກອງກວດກາປ່າໄມ້ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ກົມຄຸ້ມຄອງຄົນຕ່າງປະເທດ ໄດ້ເຂົ້າຢືດລົດເມໂດຍສານລະຫວ່າງ ປະເທດລາວ-ຫວຽດນາມ ລົດໝາຍເລກທະບຽນ ກຳແພງນະຄອນ. ບຂ 6969.
ຊື່ງລົດຄັນດັ່ງກ່າວ ໄດ້ຊຸກເຊື່ອງໄມ້ໄວ້ກ້ອງບ່ອນຄົນນັ່ງ ແລະ ບ່ອນໄວ້ເຄື່ອງ ໄມ້ທີ່ເຈົ້າໜ້າທີ່ຢືດມາໄດ້ມີຄື: ໄມ້ດູ ຈໍານວນ 76 ຕັບ, ( 2 ຄິວ) ໄມ້ຂະຍຸງ 11 ທ່ອນ, 175 ກີໂລ (ຮ້ອຍເຈັດສີບຫ້າກີໂລ) ໄມ້ໝູນ 3 ຕັບ, ມີ 0.213 ເມັດກ້ອນ, (ສູນຈຸດ ສອງຮ້ອຍສີບສາມເມັດກ່ອນ) ພ້ອມນີ້ ພາກສ່ວນກ້ຽວຂ້ອງຈະໄດ້ປັບໃໝ ແລະ ດໍາເນີນຄະດີຕາມລະບຽບກົດໝາຍ ເພື່ອບໍ່ໃຫ້ຄົນອື່ນເອົາເປັນແບບຢ່າງ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນຊ່ວຍກັນເປັນຫູເປັນຕາ ສອດສ່ອງດູແລຖ້າມີເບາະແສກັບກຸ່ມຄົນບໍ່ດີໃຫ້ແຈ້ງພະນັກງານທີ່ກ້ຽວຂ້ອງກວດສອບໂດຍດ່ວນ ເພື່ອສິດ ແລະ ຜົນປະໂຫຍດສ່ວນລວມຂອງປະເທດຊາດພວກເຮົາ.
Editor: ກຳປານາດ ລັດຖະເຮົ້າ