ກຸ່ມສົ່ງເສີມອາຊີບຄົນພິການ ບ້ານດົງປາແຫລບ 2EPD ໄດ້ຈັດງານສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ ແລະ ຄົນພິການ ພາຍໃຕ້ການນໍາພາຂອງສະມາຄົມຄົນພິການແຫ່ງຊາດລາວ ຂື້ນໃນວັນທີ 18 ພະຈິກ 2017 ທີ່ຜ່ານມາ ທີ່ເດີ່ນກິລາ ວີເອັສ ບ້ານຫນອງທາເຫນືອ. ໂດຍການເຂົ້າຮ່ວມ ມີ ທ່ານ ຄໍາປິງ ແສງຕານນະລາດ ຫົວຫນ້າກົມນະໂຍບາຍຕໍ່ຜູ້ມີຜົນງານ, ຫົວຫນ້າກອງເລຂາ ຄະນະກໍາມະການແຫ່ງຊາດ ເພື່ອຄົນພິການ ແລະ ຜູ້ອາຍຸສູງ, ມີທ່ານ ແສງອາລຸນ ຫລວງຣາດ ຮອງຫົວຫນ້າກົມນະໂຍບາຍຕໍ່ຜູ້ມີຜົນງານ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ, ທ່ານ ພອນແກ້ວ ລັດຕະນະວົງ ຮອງປະທານສະມາຄົມຄົນພິການແຫ່ງຊາດ ແລະ ທ່ານ ສົມມາດ ທອງສິງທະວົງ ຮອງປະທານສະມາຄົມຄົນພິການແຫ່ງຊາດ ພ້ອມນີ້ຍັງມີຜູ້ຕາງຫນ້າ ຈາກອົງການຈັດຕັ້ງສາກົນ,ອົງການຈັດຕັ້ງທາງສັງຄົມ, ແຂກຖືກເຊີນ ແລະ ບັນດາສະມາຊິກຄົນພິການທີ່ກ່ຽວຂ້ອງເຂົ້າຮ່ວມ ຢ່າງພ້ອມພຽງ. ຈຸດປະສົງໃນການຈັດກິດຈະກໍາ ຄັ້ງນີ້: ເພື່ອເປັນການສົ່ງເສີມການມີສ່ວນຮ່ວມ ລະຫວ່າງ ຊຸມຊົນ ກັບ ຄົນພິການ ໃຫ້ສາມາດຈັດກິດຈະກໍາຮ່ວມກັນໄດ້, ແລະ ຍັງເປັນປູກຈິດສໍານຶກໃຫ້ແກ່ຊຸມຊົນ ແລະ ຜູ້ພິການ ໄດ້ພັດທະນາໄປພ້ອມໆກັນ ໂດຍການມີສ່ວນຮ່ວມ ຂອງທຸກໆຄົນ ໂດຍສະເພາະແມ່ນຄົນພິການ ເຂົ້າໃນທຸກຂົງເຂດການພັດທະນາແບບຍຶນຍົງ. ງານດັ່ງກ່າວ ແມ່ນໄດ້ຮັບຄວາມສົນໃຈ ແລະ ເຂົ້າຮ່ວມຈາກຫລາຍພາກສ່ວນ ໃນການຮ່ວມສ້າງກິດຈະກໍາດີດີ ເຊັ່ນ: ກິລາໂບລີງ, ເຕະບານ, ບຸດຊີ ແລະ ສະຫນຸກເກີ ນອກຈາກນີ້ ຍັງມີການສະແດງເຕັ້ນ, ຟ້ອນ ແລະ ຮ້ອງເພງ ຈາກກຸ່ມຄົນພິການ. ເຊີ່ງງານດັ່ງກ່າວ ຈັດຂື້ນເພື່ອໃຫ້ຜູ້ບໍ່ພິການ ໄດ້ເຮັດກິດຈະກໍາຮ່ວມກັບຜູ້ພິການ,ພ້ອມທັງເປີດໃຈໃນການເປັນສ່ວນຫນຶ່ງຂອງການພັດທະນາແບບມີສ່ວນຮ່ວມຂອງຄົນພິການ ຢ່າງເຕັມທີ່ ແລະ ໄດ້ຮັບຮູ້ເຖິງຄວາມສາມາດບົ່ມຊ້ອນຂອງຄົນພິການ ຢູ່ໃນຕົນຂອງເຂົາເຈົ້າ ແລະ ກິດຈະກໍາແບບນີ້ແມ່ນໄດ້ຈັດຂື້ນໃນທຸກໆປີ ແລະ ໄດ້ມີການພັດທະນາຢ່າງຕໍ່ເນື່ອງ ໂດຍໄດ້ຮັບການສະຫນັບສະຫນູນ ຈາດຜູ້ໃຈບຸນ ແລະ ອົງການຈັດຕັ້ງທາງສັງຄົມ ແລະ ສາກົນ ໃນການມີສ່ວນຮ່ວມ.
Editor: ກຳປານາດ ລັດຖະເຮົ້າ