ດ້ວຍຄວາມເປັນຫ່ວງເປັນໄຍ ຂອງຄະນະນໍາ ຂັ້ນສູງ ທີ່ມີຕໍ່ປະຊາຊົນລາວບັນດາເຜົ່າ, ໂດຍສະເພາະປະຊາຊົນລາວ ຜູ້ທຸກຍາກ ແລະ ຫ່າງໄກສອກຫລີກ ເຊີ່ງຍັງມີຫລາຍຄອບຄົວ ທີ່ຍັງຂາດເຂີນ ທາງດ້ານເຄື່ອງນຸ່ງຮົ່ມ ໃນໄລຍະລະດູຫນາວ ແລະ ເມື່ອບໍ່ດົນມານີ້, ບັນດາຄອບຄົວການນໍາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໂດຍມີ ທ່ານນາງ ປ້າ ນາລີ ສີສຸລິດ ພັນລະຍາ ທ່ານນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ກອງທຶນຫນຶ່ງດວງໃຈ ບໍລິຄໍາໄຊ ຊ່ວຍເຫລືອສັງຄົມ. ມີບັນດານັກທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈາກສູນກາງ ແລະ ທ້ອງຖີ່ນ ຮ່ວມເດີນທາງນໍາເອົາເຄື່ອງມາມອບຊ່ວຍເຫລືອ ໃນຄັ້ງນີ້. ການມາມອບເຄື່ອງຄັ້ງນີ້ ມີຜ້າຮົ່ມ, ເຄື່ອງນຸ່ງຮົ່ມ ແລະ ອຸປະກອນການສຶກສາ ມອບໃຫ້ແກ່ປະຊາຊົນຜູ້ທຸກຍາກ, ຄອບຄົວທີ່ຂາດເຂີນ ທີ່ເມືອງໄຊຈໍາພອນ ແຂວງບໍລິຄໍາໄຊ ເຊີ່ງພາຍໃຕ້ການນຳພາຄະນະ ມີ ທ່ານ ປະລິນຍາເອກ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ.
ສໍາລັບເຄື່ອງທີ່ໄດ້ນໍາມາມອບໃນຄັ້ງນີ້ ລວມມູນຄ່າທັງໝົດ 579 ລ້ານກວ່າກີບ ປະກອບມີ ຜ້າຮົ່ມ-ເສື້ອກັນຫນາວ, ເກິບ, ຢາປິນປົວສຸຂະພາບ ພື້ນຖານ ລວມທັງອຸປະກອນການຮຽນ ອີກດ້ວຍ. ໃນນັ້ນ ທີມງານ ຂອງທ່ານນາງ ປ້າ ນາລີ ສີສຸລິດ ມີເຄື່ອງກັນຫນາວ ແລະ ອຸປະກອນການຮຽນ ຈໍານວນ 286 ຊຸດ ມູນຄ່າ 300 ກວ່າລ້ານກີບ, ແລະ ທີມກອງທຶນ ຫນຶ່ງດວງໃຈ ບໍລິຄໍາໄຊ ຊ່ວຍເຫລືອສັງຄົມ ມີເຄື່ອງກັນຫນາວ ແລະ ອຸປະກອນການສຶກສາ 100 ຊຸດ ມູນຄ່າ 149 ລ້ານກີບ. ນອກຈາກນີ້ ກໍ່ຍັງມີເຄື່ອງສົມທົບ ທີ່ມາຈາກບັນດານັກທຸລະກິດ ຈໍານວນຫນຶ່ງ.
ການມອບ ແມ່ນໄດ້ມອບໃຫ້ແກ່ຄອບຄົວທີ່ທຸກຍາກ ອານຸຖາ ເພື່ອເຮັດໃຫ້ເຂົາເຈົ້າໄດ້ມີຄວາມອົບອຸ່ນໃນລະດູຫນາວ, ພ້ອມກັນນັ້ນ ຍັງເຮັດໃຫ້ເດັກນ້ອຍຜູ້ດ້ອຍໂອກາດ ໄດ້ມີອຸປະກອນການຮຽນ ທີ່ພຽງພໍ ເພື່ອເຮັດໃຫ້ການສຶກສາດີຂື້ນ. ໃນນັ້ນແມ່ນໄດ້ມອບຢູ່ບ້ານເປົ້າຫມາຍ ເຊັ່ນ: ບ້ານ ໂພນສີ, ບ້ານພຽງດີ, ບ້ານນໍ້າສັກ, ບ້ານໂພນງາມ, ບ້ານຕຶກຄອນ.
ໂອກາດນີ້, ທ່ານນາງ ປ້າ ນາລີ ສີສຸລິດ ໄດ້ສະແດງຄວາມຮູ້ສຶກວ່າ: ການມອບເຄື່ອງຊ່ວຍເຫລືອໃນຄັ້ງນີ້ ເຖິງແມ່ນວ່າເສັ້ນທາງຈະມີຄວາມຫຍຸ້ງຍາກປານໃດກໍ່ຕາມ ແຕ່ກໍ່ບໍ່ເປັນອຸປະສັກໃດໃດ ເພາະຍາກໃຫ້ປະຊາຊົນໄດ້ມີຊີວິດທີ່ດີຂື້ນ, ມີຄວາມອົບອຸ່ນ, ຄວາມສາມັກຄີ ຕັ້ງຫນ້າປະກອບສ່ວນສ້າງສາປະເທດຊາດ ໃຫ້ຮຸ່ງເຮືອງ, ສ້າງສາພັດທະນາຄອບຄົວ ໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ. ພ້ອມດຽວກັນນີ້. ທ່ານ ປະລິນຍາເອກ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ໄດ້ຕາງຫນ້າແກ່ອໍານາດການປົກຄອງແຂວງ ແລະ ປະຊາຊົນ ກ່າວສະແດງຄວາມຂອບໃຈ ຕໍ່ຄະນະທີມງານ ພັນລະຍາການນໍາຂັ້ນສູງ ທີ່ໃຫ້ຄວາມສໍາຄັນ ແລະ ເຫັນໄດ້ເຖິງການເບີ່ງແຍງຊີວິດການເປັນຢູ່ຂອງປະຊາຊົນ ແລະ ໄດ້ນໍາເອົາເຄື່ອງຂອງຕ່າງໆ ມາຊ່ວຍເຫລືອປະຊາຊົນ ເຊີ່ງເປັນຄັ້ງທໍາອິດ ແລະ ເປັນຄັ້ງປະຫວັດສາດ ທີ່ຄະນະພັນລະຍາການນໍາລະດັບສູງ ໄດ້ລົງມາເຄື່ອນໄຫວມອຍເຄື່ອງ ໃຫ້ປະຊາຊົນ ທີ່ເມືອງໄຊຈໍາພອນ, ແຂວງບໍລິຄໍາໄຊ.
ນອກຈາກຈະໄດ້ມີການມອບເຄື່ອງຊ່ວຍເຫລືອ ປະຊາຊົນຜູ້ທຸກຍາກ ຂາດເຂີນ ທາງທີມງານ ພັນລະຍາການນໍາ ຍັງໄດ້ມອບເງິນ ຊ່ວຍເຫລືອ ຈໍານວນຫນຶ່ງ ໃຫ້ແກ່ເມືອງໄຊຈໍາພອນ ແລະ ແຂວງ ເພື່ອເປັນທຶນນໍາໃຊ້ເຂົ້າໃນການພັດທະນາວິຊາຊີບຂອງເອື້ອຍນ້ອງແມ່ຍິງ ພາຍໃນເມືອງ ແລະ ແຂວງ ຕື່ມອີກ.
ຂອບໃຈ ຂ່າວຈາກທີມຂ່າວ ຖວທ ແຂວງບໍລິຄໍາໄຊ
Editor: ກຳປານາດ ລັດຖະເຮົ້າ