ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ສົບທົບກັບ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງນາຊາຍທອງ ໄດ້ຈັດພິທີ ສັກຢາກັນພະຍາດສັດແຫ່ງຊາດຂື້ນ ເມື່ອບໍ່ດົນມານີ້ ໂດຍການເຂົ້າຮ່ວມຂອງ ທ່ານ ລຽນ ທີແກ້ວ ລັດຖະມົນຕິກະຊວງກະສິກຳ ແລະ ປ່າໄມ້, ພ້ອມນີ້ ມີຜູ້ຕາງໜ້າຈາກສະພາ ນະຄອນຫຼວງ, ທ່ານ ເຈົ້າເມືອງ, ຫົວໜ້າກົມ, ຮອງກົມ, ຫ້ອງການ ພະແນກການທີ່ກ່ຽວຂ້ອງ, ນ້ອງນ້ອຍນັກຮຽນ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ
ຕາມການລາຍງານຂອງ ທ່ານ ປອ ຫຼ້າສາຍ ນວນທາສີງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ການພັດທະນາການລ້ຽງສັດ ຍັງພົບເຫັນຫຼາຍບັນຫາ ແລະ ສີງທ້າທາຍ ໃນຫຼາຍດ້ານ ເປັນຕົ້ນການເກີດລະບາດພະຍາດສັດຕາມລະດູການ, ຜ່ານມາສະພາບການລ້ຽງສັດຂອງປະຊາຊົນ ແມ່ນລ້ຽງຕາມທຳມະຊາດ ຂາດຄວາມເອົາໃຈໃສ່ຮັກສາສຸຂະພາບສັດເທົ່າທີ່ຄວນ, ປະຊາຊົນຈຳນວນໜື່ງ ຍັງຖືເບົາໃນການສັກຢາປ້ອງກັນພະຍາດສັດ ຢູ່ໃນທ້ອງຖີ່ນຂອງຕົນ, ການສັກຢາປ້ອງກັນ ຍັງປະຕິບັດບໍ່ໄດ້ດີເທົ່າທີ່ຄວນ, ອັດຕາການສັກຢາກັນພະຍາດສັດແຕ່ລະປີຍັງຕໍ່າ ບໍ່ທັນບັນລຸຕາມຄາດໝາຍແຜນການທີ່ວາງໄວ້, ຈື່ງເປັນສາເຫດເຮັດໃຫ້ເກີດການລະບາດພະຍຸພະຍາດສັດໃນຝຸງ ເຮັດໃຫ້ສັດລ້ຽງຂອງປະຊາຊົນລົ້ມຕາຍ ສ້າງຄວາມເສຍຫາຍທາງດ້ານເສດຖະກິດຫຼາຍສົມຄວນ, ຕໍ່ກັບບັນຫາດັ່ງກ່າວ ພັກ-ລັດຖະບານ ຈື່ງເຫັນໄດ້ຄວາມສໍາຄັນ ຈື່ງໄດ້ກຳນົດເອົາ ວັນທີ 11 ພະຈີກ ຂອງທຸກໆປີ ເປັນວັນສັກຢາກັນພະຍາດສັດແຫ່ງຊາດ ຊື່ງບັນຈຸໄວ້ໃນກົດໝາຍວ່າດ້ວຍການລ້ຽງສັດ ແລະ ສັດຕະວະແພດ, ການສັກຢາປ້ອງກັນພະຍາດສັດ ກໍ່ເປັນວິທີການໜື່ງ ທີ່ຈະຊ່ວຍຮັກສາສຸຂະພາບສັດຂັ້ນພື້ນຖານບໍ່ໃຫ້ເກີດການລະບາດພະຍາດສັດໃນຝຸງສັດລ້ຽງ ແລະ ຍັງຮັບປະກັນການຂະຫຍາຍຕົວຂອງຝຸງ ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ ສາມາດຕອບສະໜອງທາດຊີ້ນໃຫ້ແກ່ສັງຄົມໄດ້ຢ່າງພຽງພໍ .
Editor: ກຳປານາດ ລັດຖະເຮົ້າ