ໃນທ້າຍອາທິດຜ່ານມາ, ລັດວິສາຫະກິດນໍ້າປະປາແຂວງຈຳປາສັກ ໄດ້ສ້າງຂະບວນການປັບປຸງສະພາບແວດລ້ອມໂຮງງານໃຫ້ເປັນໂຮງງານສີຂຽວ, ມີຄວາມສວຍງາມ ແລະ ສະພາບແວດລ້ອມທີ່ດີ ດ້ວຍການປັບປຸງພື້ນທີ່ບໍລິເວນແຄມຂອງໂຮງງານ, ປູກຫຍ້າ ແລະ ທາສີຮົ້ວ, ຂັ້ນໃດຢ່າງເປັນຂະບວນຟົດຟື້ນ ມີພະນັກງານທຸກຂະແໜງການເຂົ້າຮ່ວມ 100 ກ່ວາຄົນ.
ທ່ານ ຄໍາໄໝ ຈັນທາສັກ ຮອງຜູ້ອຳນວຍການບໍລິສັດ ລັດວິສາຫະກິດນໍ້າປະປາແຂວງ ໄດ້ກ່າວວ່າ: ຂະບວນການອອກແຮງງານຄັ້ງນີ້ ນອກຈາກປັບປຸງສະພາບແວດລ້ອມຂອງໂຮງງານໃຫ້ດີຂຶ້ນແລ້ວ ຍັງເປັນການສ້າງຜົນງານ ແລະ ຂະບວນການຕ້ອນຮັບ ວັນຊາດທີ 2 ທັນວາຄົບຮອບ 42 ປີ, ວັນຄ້າຍວັນເກີດຂອງປະທານໄກສອນ ພົມວິຫານ ວັນທີ 13 ທັນວາ ຄົບຮອບ 97 ປີ. ນອກຈາກນີ້ ຍັງເປັນການປະຕິບັດຕາມມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກໃນການສ້າງພື້ນຖານເງື່ອນໄຂ ແລະ ມາດຖານຮັກສານາມມະຍົດໜ່ວຍພັກແຂງ - ຮູ້ນຳພາຮອບດ້ານ ແລະ ກົມກອງພັດທະນາ.
ຂະບວນການອອກແຮງງານຄັ້ງນີ້ ຍັງໄດ້ຕັດຕອນຕົ້ນດອກໄມ້, ສວນດອກໄມ້ ແລະ ພິເສດແມ່ນສຸມໃສ່ການປູກຫຍ້າໃນເນື້ອທີ້ 1.300 ກ່ວາຕາແມັດ, ປະດັບເອ້ກົມກອງ ກໍຄື ໂຮງງານໃຫ້ມີຄວາມສວຍສົດງົດງາມຕະຫຼອດໄປ.
Editor: ດາວໄຊ ສີວິໄລ