ລັດຖະບານ ໄດ້ສຸມໃສ່ການພັດທະນາເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງ ໂດຍສະເພາະການດຶງດູດເອົາການລົງທຶງເຂົ້າມາ ເພື່ອເປັນທ່າແຮງເຮັດໃຫ້ເສດຖະກິດຂະຫຍາຍຕົວ ຊຶ່ງເຫັນວ່າເສດຖະກິດມະຫາພາກໃນປີ 2017 ແມ່ນມີສະຖຽນລະພາບດີ ອັດຕາການເຕີບໂຕສະເລ່ຍ 6,83%.
ອີງຕາມຂໍ້ມູນລາຍງານຂອງລັດຖະບານ ໃຫ້ຮູ້ວ່າ: ເສດຖະກິດ ມະຫາພາກໃນປີ 2017 ໂດຍລວມ ແມ່ນມີສະຖຽນລະພາບດີ ອັດຕາການເຕີບໂຕສະເລ່ຍຢູ່ໃນລະດັບ 6,83% (ຫຼຸດແຜນ 0,17%) ລວມຍອດຜະລິດຕະພັນພາຍໃນສະເລ່ຍ ຕໍ່ຫົວຄົນໝົດປີຄາດວ່າຈະບັນລຸ 20 ລ້ານກີບ ຫຼື ປະມານ 2.472 ໂດລາ ໂດຍການເຕີບໂຕດັ່ງກ່າວໄດ້ປະກອບສ່ວນແກ້ໄຂຄວາມທຸກຍາກ ໄດ້ 6.546 ຄອບຄົວ ສາມາດແກ້ໄຂໄດ້ລື່ນແຜນເກືອບພັນຄອບຄົວ, ລະບົບການເງິນ ແລະ ງົບປະມານໄດ້ຮັບການປັບປຸງ ແລະ ພວມດຳເນີນ ໄປຢ່າງຕັ້ງໜ້າໂດຍມີການປັບປຸງຮອບດ້ານເປັນຕົ້ນ ການຈັດຕັ້ງຊັບຊ້ອນບຸກຄະລາກອນຢ່າງເໝາະສົມ, ນຳໃຊ້ລະບົບເຄື່ອງມືທັນສະໄໝເຂົ້າໃນການຈັດເກັບລາຍຮັບພາສີອາກອນ ແລະ ຄ່າທຳນຽມຕ່າງໆ, ເຊື່ອມໂຍງການຊຳລະລາຍຈ່າຍຜ່ານລະບົບທະນາຄານ ເຮັດໃຫ້ການຮົ່ວໄຫຼດ້ານລາຍຮັບ-ລາຍຈ່າຍງົບປະມານ ແລະ ການລະເມີດວິໄນການເງິນມີທ່ວງທ່າຫຼຸດລົງຢ່າງຊັດເຈນ.
ຊຶ່ງລາຍຮັບງົບປະມານໝົດປີ ຄາດຄະເນຈະໄດ້ປະມານ 23.489 ຕື້ກີບ ເທົ່າກັບ 98,1%, ລາຍຈ່າຍ ງົບປະມານປະຕິບັດໄດ້ 31.508 ຕື້ກີບ ເທົ່າກັບ 97,24% ພ້ອມນັ້ນ ລັດຖະບານໄດ້ເອົາໃຈໃສ່ພິເສດໃນການສົ່ງເສີມການປະຢັດ ແລະ ຕ້ານການຟູມເຟືອຍງົບປະມານລັດ ເຮັດໃຫ້ສາມາດຫຼຸດຜ່ອນການສິ້ນເປືອງງົບປະມານຂອງລັດຖະບານ, ລະບົບເງິນໄດ້ຮັບການຄຸ້ມຄອງໃຫ້ມີສະຖຽນລະພາບ ໂດຍຮັກສາໄດ້ອັດຕາເງິນເຟີ້ສະເລ່ຍໃນລະດັບ 1,2% ອັດຕາແລກປ່ຽນໂດຍລວມມີການເໜັງຕີງເລັກນ້ອຍ.
ສໍາລັບ ການລົງທຶນ ແລະ ດໍາເນີນທຸລະກິດ ໄດ້ຮັບການປັບປຸງຕາມລໍາດັບ ໂດຍສະເພາະພາຍຫຼັງສະພາໄດ້ຮັບຮອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນໃນທ້າຍປີ 2016 ລັດຖະບານໄດ້ສ້າງຕັ້ງຄະນະກຳມະການຄຸ້ມຄອງ ແລະ ສົ່ງເສີມການລົງທຶນຂັ້ນແຂວງ (ຄລທຂ) ພ້ອມກັນນັ້ນ ລັດຖະບານໄດ້ຈັດກອງປະຊຸມຮ່ວມ ກັບພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ເພື່ອຊຸກຍູ້ສົ່ງເສີມການລົງທຶນຢູ່ລາວ.
ນອກນັ້ນລັດຖະບານ ຍັງໄດ້ອອກດຳລັດຮັບຮອງເອົາແຜນພັດທະນາ ວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ໄລຍະ 2016-2020 ໃນເດືອນສິງຫາທີ່ຜ່ານມາ ໂດຍມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າເປັນໃຈກາງຈັດຕັ້ງປະຕິບັດ ພ້ອມນີ້ ລັດຖະບານໄດ້ໃຫ້ປັບປຸງກອງທຶນສົ່ງເສີມ ເອັສເອັມອີ ໃຫ້ເຂັ້ມແຂງ ແລະ ມີປະສິດທິຜົນ ເພື່ອເປັນກຳລັງ ຜັກດັນໃຫ້ວິສາຫະກິດດັ່ງກ່າວເຕີບໃຫຍ່ຂະຫຍາຍຕົວ.
Editor: ເສດຖະກິດ-ສັງຄົມ