ໃນອາທິດທີ່ຜ່ານມາ ສູນພັດທະນາແມ່ຍິງ ແລະ ໄວໜຸ່ມ ຂອງສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລື ກິດຈຳກຳ ການຂົນສົ່ງຂໍ້ມູນຂ່າວສານສຸຂະພາບຈະເລີນພັນ ໃຫ້ແກ່ໄວໜຸ່ມ ຍິງ-ຊາຍ ຂຶ້ນທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ຄຳໄພ ລັດສະໝີ, ຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ນະຄອນຫຼວງວຽງຈັນ, ມີຜູ້ຕາງໜ້າຈາກອົງການສະຫາປະຊາຊາດ, ກະຊວງສາທາລະນະສຸກ ແລະ ຕາງໜ້າຈາກ 4 ເມືອງ ໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ຈຸດປະສົງ ເພື່ອເປັນການປຸກລະດົມໂຄສະນາໃຫ້ເຂົາເຈົ້າ ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບສຸຂະພາບຈະເລີນພັນ, ສຸຂະພາບທາງເພດ ແລະ ການແຕ່ງດອງກ່ອນໄວ ອາຍຸ 15 ປີ. ຊຶ່ງບັນຫາເຫຼົ່ານີ້ສ່ວນຫຼາຍມັກຈະເກີດຂຶ້ນກັບໄວໜຸ່ມທີ່ກຳລັງສຶກສາຢູ່ໂຮງຮຽນມັດທະຍົມຕອນຕົ້ນ ແລະ ຕອນປາຍ ສາເຫດສ່ວນຫຼາຍ ແມ່ນເກີດມາຈາກຂາດຄວາມເອົາໃຈໃສ່ກ່ຽວກັບການເຜີຍແຜ່ຂໍ້ມູນຂ່າວສານດ້ານສຸຂະພາບຈະເລີນພັນ, ສຸຂະພາບທາງເພດ ແລະ ການໃຫ້ບໍລິການທີ່ເປັນມິດໃຫ້ແກ່ເຂົາເຈົ້າ. ດັ່ງນັ້ນ ຈຶ່ງໄດ້ມີການປຶກສາຫາລືກັນ ເພື່ອຈະລົງເຜີຍແຜ່ຄວາມຮູ້ ແລະ ສ້າງຄວາມເຂົ້າໃຈໃຫ້ແກ່ເຂົາເຈົ້າເພີ່ມຂຶ້ນ ໂດຍຈະໄດ້ເລີ່ມທົດລອງທີ່ໂຮງຮຽນມັດທະຍົມຕອນຕົ້ນ-ຕອນປາຍ 4 ເມືອງ ໃນນະຄອນຫຼວງວຽງຈັນ ຄື: ເມືອງສີສັດຕະນາກ, ເມືອງຈັນທະບູລີ, ເມືອງໄຊເສດຖາ ແລະ ເມືອງສີໂຄດຕະບອງ ໃນຕົ້ນປີ 2018 ແລະ ຈະໄດ້ມີການປະເມີນຄືນໃນທ້າຍປີ ເພື່ອສັງເກດ ແລະ ຕີລາຄາຄືນເຖິງຜົນໄດ້ຮັບ ເພື່ອຈະຂະຫຍາຍໄປທຸກເມືອງໃນ ນະຄອນຫຼວງວຽງຈັນ.
Editor: ດາວໄຊ ສີວິໄລ