ວັນທີ 17 ພະຈິກ 2017 ນີ້ ຢູ່ທີ່ສະໂມສອນໃຫຍ່ຂອງເມືອງ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງພູຄູນ,ແຂວງຫລວງພະບາງ ໄດ້ຈັດເຝິກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະບໍລິຫານຂອງກຸ່ມລ້ຽງສັດ ເປັນສິນຄ້າ ເຊິ່ງການຈັດເຝິກອົບຮົມໃນຄັ້ງນີ້ ແມ່ນເພື່ອເພີ່ມທັກສະໃຫ້ແກ່ຄະນະບໍລິຫານຂອງກຸ່ມລ້ຽງສັດເພື່ອຜະລິດເປັນສິນຄ້າ ໃນດ້ານການຄຸ້ມຄອງບໍລິຫານຈັດການກຸ່ມ ແລະ ການວິເຄາະຮູບແບບການລ້ຽງສັດເພື່ອເປັນສິນຄ້າທີ່ເໝາະສົມກັບສະພາບເງື່ອນໄຂຕົວຈິງຂອງກຸ່ມຕົນເອງ ແລະ ສ້າງຄວາມເຂັ້ມແຂງທາງດ້ານການຜະລິດ, ສາມາດເຂົ້າເຖິງແຫຼ່ງທຶນ ແລະ ຕະຫຼາດທີ່ດີໄດ້. ເປົ້າໝາຍນັກສໍາມະນາກອນເຂົ້າຮ່ວມເຝິກອົບຮົມມີທັງໝົດ 27 ຄົນ, ມາຈາກ 9 ກຸ່ມລ້ຽງສັດ, ກວມເອົາ 7 ບ້ານຄື: ບ້ານໂພນໄຊ, ບ້ານຈັງເອືອນ, ບ້ານຊາຍທອງ, ບ້ານຜາເກັ່ງໃຫຍ່, ບ້ານພູຄູນນ້ອຍ, ບ້ານລ້ອງໝ້ຽງ ແລະ ບ້ານພູສູງ.
ນັກສຳມະນາກອນຈະໄດ້ຮໍ່າຮຽນເອກະສານສຳຄັນຕ່າງໆເປັນຕົ້ນແມ່ນ: ບົດບາດຄວາມສຳຄັນຂອງກຸ່ມຜະລິດກະສິກຳ, ການຄຸ້ມຄອງບໍລິຫານຈັດການກຸ່ມຜະລິດ, ທັກສະການເປັນຜູ້ນຳທີ່ດີຂອງຫົວໜ້າກຸ່ມ, ຮູບແບບການລ້ຽງສັດເພື່ອຜະລິດເປັນສິນຄ້າ, ເງິນຫຸ້ນ ແລະ ການບໍລິຫານຈັດການ ແລະ ບັນຊີ-ການເງິນຂັ້ນພື້ນຖານ. ທັງນີ້ກໍເພື່ອເຮັດໃຫ້ນັກສຳມະນາກອນກຳໄດ້ຄວາມຮູ້ໃນການລ້ຽງສັດເປັນສິນຄ້າ ແລະ ຮູ້ຈັກສະຫຼຸບລາຍງານກ່ຽວກັບການນຳໃຊ້ເງິນຂອງກຸ່ມ ທີ່ໃຊ້ເຂົ້າໃນວຽກງານ ເພື່ອສາມາດຕິດຕາມ ແລະ ກວດສອບຄວາມໂປ່ງໃສໄດ້ ການເຝິກອົບຮົມແມ່ນເວລາ 3 ວັນຈິ່ງຈະສຳເລັດ.
Editor: ກຳປານາດ ລັດຖະເຮົ້າ