ອີງຕາມການລາຍງານຂອງພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າປະຕິບັດໄດ້ 257,634,840.66 ໂດລາສະຫະລັດ ທຽບໃສ່ແຜນການປີປະຕິບັດໄດ້ 52.36% ທຽບໃສ່ໄລຍະດຽວກັນຂອງສົກປີຜ່ານມາຫຼຸດລົງ 32.06%. ໃນນີ້; ມູນຄ້າການສົ່ງອອກສິນຄ້າ 9 ເດືອນຜ່ານມາປະຕິບັດໄດ້ 142,745,921.39 ໂດລາສະຫະລັດ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແມ່ນເພີ່ມຂຶ້ນ 17.82% ສິນຄ້າສົ່ງອອກຕົ້ນຕໍແມ່ນ ອຸດສາຫະກຳ (ແຮ່ທາດ), ໄມ້-ຜະລິດຕະພັນໄມ້ ແລະ ສິນຄ້າກະສິກຳ ເຊິ່ງໃນນັ້ນ ອຸດສາຫະກຳແຮ່ທາດ ກວມເອົາ 90% ຂອງການສົ່ງອອກທັງໝົດ.
ສ່ວນມູນຄ່າການນຳເຂົ້າສິນຄ້າ ປະຕິບັດໄດ້ 114,252,840.27 ໂດລາສະຫະລັດ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 55.48% ສິນຄ້ານຳເຂົ້າແມ່ນ ວັດສະດຸກໍ່ສ້າງ, ນໍ້າມັນເຊື້ອໄຟ, ເຄື່ອງໃຊ້ສອຍປະຈຳວັນ-ແຜ່ນແພ ແລະ ສິນຄ້າອື່ນໆ. ໃນຂະນະທີ່ຕົວເລກຈໍລະຈອນສິນຄ້າຂາຍຍ່ອຍບັນລຸໄດ້ 947.98 ຕື້ກີບ, ສິນຄ້າທີ່ມີມູນຄ່າຫຼາຍກວ່າໝູ່ແມ່ນ ສິນຄ້າປະເພດອຸດສາຫະກຳ ກວມ 38% ທຽບໃສ່ແຜນການປີສາມາດປະຕິບັດໄດ້64.18%.
ສຳລັບ ທິດທາງແຜນການ ແລະ ຄາດໝາຍສູ້ຊົນໃນ 3 ເດືອນທ້າຍປີ 2017 ຈະສູ້ຊົນໃຫ້ມູນຄ່າການສົ່ງອອກໄດ້ 63,276,579.54 ໂດລາສະຫະລັດ, ມູນຄ່າການນຳເຂົ້າ 47,393,581.00 ໂດລາສະຫະລັດມູນຄ່າສິນຄ້າຜ່ານແດນ ແລະ ສົ່ງອອກຕໍ່ 320,315,137.00 ໂດລາສະຫະລັດ, ຕົວເລກການຈໍລະຈອນຂາຍຍ່ອຍ 714,555,360,000 ກີບ ແລະ ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ຈະສູ້ຊົນໃຫ້ໄດ້ 123,616,175,000 ກີບ.
Editor: ເສດຖະກິດ-ການຄ້າ