ໃນເມື່ອບໍ່ດົນນີ້ ທີ່ບ້ານແສນວັງໃຫຍ່, ເມືອງສາລະວັນ, ແຂວງສາລະວັນ ໄດ້ມີການຈັດຕັ້ງພິທີປະກາດບ້ານພັດທະນາຂື້ນ ໂດຍໃຫ້ກຽດເປັນປະທານຮ່ວມຂອງໂດຍທ່ານ ຄໍາຂານ ພິນສະຫວັນ ຫົວຫນ້າກົມຈັດຕັ້ງກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ສົມສັກ ທົງຄໍາຫານ ຫົວຫນ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ ສາລະວັນ, ມີເຈົ້າເມືອງ, ຫົວຫນ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງ ສາລະວັນ ພ້ອມດ້ວຍອຳນາດການປົກຄອງບ້ານ ເຂົ້າຮ່ວມ.
ພິທີດັ່ງກ່າວໄດ້ປະກາດ 2 ບ້ານຄື: ບ້ານແສນວັງໃຫຍ່ ແລະ ບ້ານບຶງໄຊ, ເມືອງສາລະວັນ ແຂວງ ສາລະວັນ,ເຊິ່ງ ພິທີປະກາດບ້ານພັດທະນາ ດ້ານ ແຮງງານ ແລະ ສະຫວັດດີການສັງຄົມ ເຖິງວ່າຈະເປັນບ້ານທຳອິດ ແຕ່ກໍ່ສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ ແລະ ປະສົບຜົນສໍາເລັດຢ່າງຈົບງາມ ທີ່ຂາດບໍ່ໄດ້ກໍ່ຄືທຸກໆການຈັດຕັ້ງອຳນາດການປົກຄອງແຕ່ລະຂັ້ນ ບັນດາທ່ານຕົວແທນຈາກພະແນກການ, ຫ້ອງການອ້ອມຂ້າງ, ປະຊາຊົນທັງສອງບ້ານທີ່ໄດ້ພ້ອມພຽງກັນຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ ແລະ ຍິ່ງໆຂຶ້ນໄປ.
Editor: ດາວໄຊ ສີວິໄລ