ໃນວັນທີ 20 ພະຈິກ 2017 ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການສະບັບເລກທີ 1883/ອຄ.ກຄພນ ເຖິງ ສະມາຄົມນຳມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນ້ຳມັນເຊື້ອໄຟ ໃນການປັບຂຶ້ນລາຄາຂາຍຍ່ອຍນ້ຳມັນເຊື້ອໄຟ ນ້ຳມັນແອັດຊັງ ແລະ ກາຊວນ ໃນຂອບເຂດທົ່ວປະເທດ.
ໂດຍເລີ່ມຈັດຕັ້ງປະຕິບັດ ລາຄາໃໝ່ໃນວັນທີ 21 ພະຈິກ 2017 ເວລາ 06:00 ໂມງ. ການປັບຂຶ້ນຄັ້ງນີ້ ຖຶວ່າປັບຂຶ້ນຫຼາຍສົມຄວນທຽບໃສ່ຫຼາຍຄັ້ງຜ່ານມາ ໂດຍແອັດຊັງທຳມະດາ ຢູ່ນະຄອນຫຼວງວຽງຈັນຂຶ້ນ 190 ກີບຕໍ່ລິດ ແລະ ກາຊວນຂຶ້ນ 150 ກີບຕໍ່ລິດ
Editor: ເສດຖະກິດ-ການຄ້າ