ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໂພນທອງ ຮ່ວມກັບອຳນາດການປົກຄອງບ້ານດອນເງິນ ຈັດພິທີວັນສັກຢາປ້ອງກັນພະຍາດສັດແຫ່ງຊາດທົ່ວເມືອງຂຶ້ນຢ່າງເປັນທາງການ ເພື່ອເປັນການປູກຈິດສຳນຶກໃຫ້ປະຊາຊົນ ແລະ ສັງຄົມເອົາໃຈໃສ່ ແລະ ຮັກສາສຸຂະພາບສັດລ້ຽງບໍ່ໃຫ້ຕິດພະຍາດ ທັງເປັນການພັດທະນາການລ້ຽງສັດຂອງປະຊາຊົນ ,ສັດຕະວະແພດໃຫ້ມີການຂະຫຍາຍຕົວຂຶ້ນເລື້ອຍໆ. ໃນພິທີເປີດເຂົ້າຮ່ວມມີ ທ່ານນາງ ວັນເພັງ ພະຫົງຈັນ ຮອງເຈົ້າເມືອງໂພນທອງ, ທ່ານ ພູມີ ແກ້ວວັນດີ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ມີບັນດາພະນັກງານພາຍໃນຫ້ອງການກະສິກໍາແລະປ່າໄມ້ເມືອງ ຕະຫຼອດຮອດ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ພູມີ ແກ້ວວັນດີ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ກ່າວວ່າ: ການເປີດວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ ນີ້ທາງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແມ່ນໄດ້ເຮັດມາແຕ່ລະປີ ຊຶ່ງໄດ້ລົງຈັດພິທີ ສັກຢາກັນພະຍາດສັດຂອງປະຊາຊົນ, ປະເພດສັດປີກ ແລະ ໝູ ໝາ ແບ້ ນອກຈາກນັ້ນຍັງມີງົວຄວຍໄດ້ລະດົມເອົາ ມາສັກຢາກັນພະຍາດເຊັ່ນກັນ, ແລະ ພ້ອມອະທິບາຍເຕັກນິກວິທີການສັກຢາ, ນອກຈາກການເປີດສັກຢາກັນພະຍາດຄັ້ງນີ້ແລ້ວ ທາງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແມ່ນຈະມອບໃຫ້ສັດຕະວະແພດປະຈຳບ້ານ ທີ່ໄດ້ສ້າງຕາໜ່າງສັດຕະວະແພດໄວ້ແລ້ວ ສືບຕໍ່ສັກຢາໃຫ້ສຳເລັດໃນສົກປີ 2017-2018 ໄດ້ວາງຕົວເລກຄາດໝາຍແຜນການສັກຢາປ້ອງກັນພະຍາດສັດ ໃຫ້ໄດ້ບໍ່ຕ່ຳກວ່າ 80% ຂອງຝູງ ທັງນີ້ເພື່ອເຮັດໃຫ້ຂະບວການວຽກງານການສັກຢາປ້ອງກັນພະຍາດສັດລ້ຽງ ບໍ່ໃຫ້ລົ້ມຕາຍຍ້ອນພະຍາດສັດລະບາດ ເຮັດໃຫ້ສັດລ້ຽງມີການແຜ່ພັນຂຶ້ນເລື້ອຍໆ ແລະ ເປັນເງື່ອນໄຂເຮັດໃຫ້ເສດຖະກິດຄອບຄົວຮັ່ງມີເຂັ້ມແຂງ ແລະ ອຸດົມສົມບູນຍິ່ງໆຂຶ້ນ, ທັງເປັນການແກ້ໄຂຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນອີກດ້ວຍ
Editor: ກຳປານາດ ລັດຖະເຮົ້າ