ທິດຜ່ານມາ ຢູ່ຫ້ອງປະຊຸມຂອງຫ້ອງການສຶກສາທິການ ແລະ ກິລາເມືອງເຊໂປນ ໄດ້ຕ້ອນຮັບຄະນະ ທ່ານ ຖາວອນ ມູມສຳຫຼວດ ພ້ອມດ້ວຍຄະນະ ສົມທົບກັບສະຫະພັນແມ່ຍິງ ແລະ ສະຫະພັນກຳມະບານ ມະຫາວິທະຍາໄລສະຫັວນນະເຂດ ໄດ້ລົງມາມອບເຄື່ອງທີ່ໄດ້ລະດົມນຳສະມາຊິກຊາວໝຸ່ມມາມອບໃຫ້ຄະນະບໍລິຫານງານຊາວໝຸ່ມເມືອງເຊໂປນ ເພື່ອນຳໄປມອບຕໍ່ໃຫ້ໂຮງຮຽນ ແລະ ປະຊາຊົນທີ່ຫ່າງໄກຊອກຫຼີກ ແລະ ເຄື່ອງທີ່ນຳມາມອບ ປະກອບມີ: ເຄື່ອງອຸປະໂພກ, ບໍລິໂພກ, ອຸປະກອນການຮຽນ, ເຄື່ອງກິລາພ້ອມດ້ວຍເຄື່ອງນຸ່ງຮົ່ມ, ລວມມູມຄ່າທັງໝົດ 2.700.000 ກີບ ( ສອງລ້ານ ເຈັດແສນ ກີບ ) ໂດຍການເປັນກຽດມອບເຄື່ອງໃນຄັ້ງນີ້ຕາງໜ້າໃຫ້ມະຫາວິທະຍາໄລ (ມຂ) ທ່ານ ຖາວອນ ມູມສຳຫຼວດ ແລະ ກ່າວຮັບໂດຍ ທ່ານນາງ ເພັດສະ ໝອນ ພິລາວັນ ຊ້ອງໜ້າ ທ່ານ ຄຳເພັດ ໄຊຍະເທບ ຫົວໜ້າຫ້ອງການສຶກສາທິການ-ກິລາເມືອງເຊໂປນ, ຄູອາຈານພ້ອມດ້ວຍພະນັກງານຊາວໝຸ່ມເມືອງເປັນສັກຂີພະຍານນຳດ້ວຍ. ສ່ວນເຄື່ອງດັ່ງກ່າວທີ່ທາງມະຫາວິທະຍາໄລ (ມຂ) ນຳມາມອບທາງຫ້ອງການຊາວໝຸ່ມກໍ່ຈະນຳເອົາໄປແຈກຢາຍມອບໃຫ້ໂຮງຮຽນ ແລະ ປະຊາຊົນທີ່ທຸກຢາກຂາດເຂີນ ແລະ ຫ່າງໄກຊອກຫຼີກໃຫ້ທົ່ວເຖີງ.
ຖວທ ເມືອງເຊໂປນ
Editor: ກຳປານາດ ລັດຖະເຮົ້າ