ງານຖະແຫລງຂ່າວ ຄັ້ງນີ້ ໄດ້ຈັດຂື້ນທີ່ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ໂດຍການຮ່ວມເປັນປະທານ ມີ ທ່ານນາງ ສຸນັນທາ ກັນລະຍາ ອໍານວຍການສະມາຄົມສົ່ງເສີມການອະນຸລັກສີລະປະວັນນະຄະດີ ( ສ.ອ.ສ.ວ ), ມີ ທ່ານນາງ ຈັນເພັດ ຄໍາຟອງ ຫົວຫນ້າກົມວັດທະນະທໍາ ມະຫາຊົນ ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ນອກນີ້ຍັງມີ ຜູ້ຕາງຫນ້າຈາກພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ, ຜູ້ຕາງຫນ້າ ການອຸປະຖໍາ, ບັນດາສື່ມວນຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງໂຄງການ ເພື່ອເສີມຄວາມຮູ້-ຄວາມເຂົ້າໃຈ, ສ້າງຄວາມຮັກຫອມຄໍ່ວັນນະຄະດີເກົ່າແກ່ ແລະ ຊົງຄຸນຄ່າຂອງລາວ. ເປັນການອະນຸລັກບົດກະວີ ອໍາມະຕະສິນໄຊ ຄໍາກອນ ອັນເປັນມໍລະດົກແຫ່ງຊາດ. ເຊິ່ງຄາດຫມາຍດັ່ງກ່າວ ເຮັດໃຫ້ຄໍາກອນ ສັງສິນໄຊ ທີ່ມີອາຍຸ 467 ກວ່າປີ ໄດ້ຮັບການສຶບທອດແກ່ເຍົາວະຊົນຮຸ້ນໃຫມ່ ໄດ້ນໍາໃຊ້ ແລະ ສະແດງອອກ ເປັນເອກະລັກສະເພາະ ຂອງວັນນະຄະດີລາວ. ເຮັດໃຫ້ການເລົ່າກາບກອນນີ້ ເສີມເຂົ້າໄປໃນກິດຈະກໍາ ຂອງສູນວັດທະນະທໍາເດັກ ຫລື ໃນຊົ່ວໂມງກິດຂະກໍາ ຂອງໂຮງຮຽນ ປະຖົມ ແລະ ມັດທະຍົມ.
ໂຄງການເສີມຂະຫຍາຍອ່ານກາບກອນ ແລະ ຂັບລໍາ ສັງສິນໄຊ 2 ປະຈໍາປີ 2017-2018 ໃນຊຸດທໍາອິດ ແມ່ນມີຄູ ແລະ ອາສາສະຫມັກ 12 ທ່ານ ຈາກ 6 ໂຮງຮຽນ ໂຮງຮຽນລະ 2 ທ່ານ ໃນນັ້ນ ໂຮງຮຽນເອກະຊົນ 5 ໂຮງຮຽນ ໃນນະຄອນຫລວງວຽງຈັນ. ການອົບຮົມແມ່ນຈະໄດ້ຈັດຂື້ນ ໃນລະຫວ່າງວັນທີ 24-27 ພະຈິກ 2017 ນີ້. ພາຍຫລັງສໍາເລັດ ຄູ ແລະ ອາສາສະຫມັກ ແມ່ນຈະໄດ້ນໍາເອົາບົດຮຽນກັບເມືອສອນ ທີ່ໂຮງຮຽນຂອງຕົນ ຄູຜູຫນຶ່ງ ໃຫ້ສອນໄດ້ 50 ຄົນ (ນັກຮຽນ) ໃຊ້ເວລາ 7 ອາທິດ (ອາທິດ 2-4 ຊົວໂມງ)
ຊຸດທີ 2 ມີ ຄູ ແລະ ອາສາສະຫມັກ 22 ທ່ານ ເຊີ່ງຈະໄດ້ຂັດອົບຮົມໃນເດືອນກຸມພາ 2018 ເພື່ອກະກຽມການສະແດງຕາມຂິດຄວາມສາມາດຂອງແຕ່ລະໂຮງຮຽນ ເຊີ່ງຈະມີນັກວິທະຍາກອນ ຈາກ ສອສວ ລົງຕິດຕາມການຝຶກສອນ ແລະ ຊ້ອມໃນແຕ່ລະໂຮງຮຽນ ເພື່ອປັບປຸງລາຍການສະແດງ ໃຫ້ດີຂື້ນ ເພື່ອກຽມເຂົ້າຮ່ວມບຸນມະໂຫລານສັງສິນໄຊ ປະຈໍາປີ 2018 ພາຍງານງານບຸນແມ່ນຈະປະກອບດ້ວຍກິດຈະກໍາທີ່ຫລາກຫລາຍ ເປັນຕົ້ນແມ່ນ ການສໍາມະນາສົ່ງເສີມການອ່ານ, ການສະແດງ, ການເລົ່າເລື່ອງ, ລະຄອນເວທີ, ກອນຂັບ ແລະ ການສະແດງເຕັ້ນ ການສະແດງສີລະປະວັນນະຄະດີອື່ນໆ.
Editor: ກຳປານາດ ລັດຖະເຮົ້າ