ການປັບສະຖານະພາບແຮງງານລາວທີ່ເຮັດວຽກຢູ່ປະເທດໄທ ແບບບໍ່ຖືກຕ້ອງຕາມກົດໝາຍ, ພ້ອມຄະນະ ໄດ້ເດີນທາງຢ້ຽມຢາມຊຸກຍູ້ ໜ່ວຍງານສະຖານະພາບແຮງງານລາວ ທີ່ເຮັດວຽກຢູ່ປະເທດໄທ ແບບບໍ່ຖືກຕ້ອງຕາມກົດໝາຍ, ທີ່ປະຈຳຢູ່ ບາງກອກ ປະເທດໄທ, ເພື່ອເຮັດວຽກ ແລະ ຮັບຟັງການລາຍງານການຈັດຕັ່ງປະຕີບັດໃນໄລຍະຜ່ານມາ.
ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ໄດ້ຮັບຟັງການລາຍງານຈາກ ຫົວໜ້າໜ່ວຍງານປັບສະຖານະພາບແຮງງານລາວ ທີ່ເຮັດວຽກຢູ່ປະເທດໄທແບບບໍ່ຖືກຕ້ອງຕາມກົດໝາຍ ໃຫ້ຮູ້ວ່າ: ຕໍ່ກັບວຽກງານປັບສະຖານະພາບແຮງງານ ໃຫ້ກັບກຸ່ມຜູ້ອອກແຮງງານລາວທີ່ມີບັດສີບົວ ໃນໄລຍະຜ່ານມາ ສັງເກີດເຫັນວ່າ: ຈຳນວນແຮງງານເຂົ້າມາປັບສະຖານະພາບນັ້ນ ມີຈຳນວນໜ້ອຍຖ້າທຽບໃສ່ຄັ້ງກ່ອນທີ່ຜ່ານມາ, ເນື່ອງຈາກມີຫລາຍປັດໃຈ, ເງື່ອນໄຂ ແລະ ສາເຫດທີ່ພາໃຫ້ແຮງງານເຂົ້າມາປັບສະຖານະພາບບໍ່ໄດ້ຕາມແຜນການທີ່ໄດ້ຕົກລົງກັນກັບຝ່າຍໄທ ທີ່ຈຳນວນ 300 ຄົນຕໍ່ວັນ ແລະ ຄາດຄະເນວ່າ ໃນເດືອນ ທັນວາ 2017 ຈຳນວນແຮງງານທີ່ຈະອອກມາປັບສະຖານະພາບ ກໍຈະມີຈຳນວນໜ້ອຍ ແລະ ກໍຈະບໍ່ໄດ້ຕາມເປົ້າໝາຍເຊັ່ນດຽວກັນ, ເນື່ອງຈາກຈຳນວນຕົວເລກແຮງງານ ທີ່ໄດ້ຂຶ້ນທະບຽນໄວ້ນີ້ ເປັນຕົວເລກເກົ່າຂອງປີຜ່ານມາ, ຊຶ່ງແຮງງານໃນຈຳນວນດັ່ງກ່າວອາດຈະກັບຄືນເມືອບ້ານ ຫລື ອາດໄປເຮັດເອກະສານຂຶ້ນທະບຽນໃບຈັບຄູ່ລະຫວ່າງນາຍຈ້າງ-ລູກຈ້າງ ຫລື ອາດຈະໄປເຮັດເອກະສານເຂົ້າມາໃນລະບົບ MOU ຫລື ເຮັດໃນຮູບແບບການອື່ນອີກ, ນອກຈາກນີ້ ແມ່ນສະພາບໄພນ້ຳຖ້ວມໃນບາງເຂດ, ໃນບາງແຂວງຂອງປະເທດໄທທີ່ປະສົບໄພຍັງສືບຕໍ່, ຊຶ່ງຈະເປັນຜົນກະທົບຕໍ່ການຈັດຕັ້ງປະຕິບັດໜ້າວຽກຂອງໜ່ວຍງານປັບສະຖານະພາບບໍ່ໄດ້ຕາມແຜນການທີ່ວາງໄວ້.
ທ່ານຫົວໜ້າໜ່ວຍງານ ກ່າວໃຫ້ຮູ້ອີກວ່າ: ຜ່ານການຈັດຕັ້ງປະຕິບັດວຽກງານ ແຕ່ວັນທີ 28 ສິງຫາ-8 ພະຈິກນີ້, ສາມາດອອກໜັງສືຢັ້ງຢືນສະຖານະພາບບຸກຄົນ (CI) ແລະ ບັດອະນຸຍາດເຮັດວຽກໃຫ້ແຮງງານຜູ້ທີ່ມີບັດສີບົວ ໄດ້ທັງໝົດ 10.511 ຄົນ, ເປັນແຮງງານຈຳນວນ 9.786 ຄົນ, ຍິງ 4.480 ຄົນ, ຜູ້ຕິດຕາມ 725 ຄົນ, ຍິງ 291 ຄົນ, ໃນນັ້ນ ຂະແໜງອຸດສາຫະກຳ-ການຜະລິດ 1.389 ຄົນ, ຍິງ 701 ຄົນ, ຂະແໜງການກໍ່ສ້າງ 955 ຄົນ, ຍິງ 311 ຄົນ, ຂະແໜງກະສິກຳ 1.862 ຄົນ, ຍິງ 794 ຄົນ, ຂະແໜງປະມົງ 589 ຄົນ, ຍິງ 109 ຄົນ ແລະ ຂະແໜງການບໍລິການ 4.991 ຄົນ, ຍິງ 3.095 ຄົນ. ພ້ອມກັນນີ້, ທາງໜ່ວຍງານຍັງໄດ້ສະເໜີຕື່ມອີກວ່າ: ຜ່ານການປັບສະຖານະພາບແຮງງານລາວ ກຸ່ມຜູ້ມີບັດສີບົວ ເຫັນວ່າມີຈຳນວນໜ້ອຍ, ບໍ່ໄດ້ຕາມແຜນການທີ່ກຳນົດ ແລະ ໃນເດືອນທັນວາ, ກໍມີຈຳນວນຕົວເລກແຮງງານໄດ້ລົງຈອງຄິວເຂົ້າມາປັບສະຖານະພາບໜ້ອຍ, ຊຶ່ງໜ່ວຍງານປະເມີນແລ້ວເຫັນວ່າມີຜົນກະທົບຕໍ່ການຈັດຕັ້ງປະຕິບັດວຽກງານ, ຈຶ່ງຂໍຮຽນສະເໜີມາຍັງຄະນະຊີ້ນຳລວມ ພິຈາລະນາໃຫ້ແຮງງານກຸ່ມທີ່ໄດ້ອອກໃບຢັ້ງຢືນລູກຈ້າງ-ນາຍຈ້າງ ທີ່ທາງການໄທ ໄດ້ຂຶ້ນຊື່ໄວ້ ທີ່ຈະໝົດອາຍຸໃນວັນທີ 31 ທັນວາ 2017, ໄດ້ສາມາດເຂົ້າມາປັບສະຖານະພາບກັບໜ່ວຍງານ ຄຽງຄູ່ກັບກຸ່ມຜູ້ທີ່ມີບັດສີບົວ ທີ່ຈະໝົດອາຍຸໃນວັນທີ 31 ມີນາ 2018 ນີ້
ໃນໂອກາດດັ່ງກ່າວ ທ່ານ ບຸນຄົງ ຫລ້າສຸກັນ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຍັງໄດ້ເນັ້ນໜັກໃຫ້ໜ່ວຍງານປັບສະຖານະພາບແຮງງານລາວ ທີ່ເຮັດວຽກຢູ່ປະເທດໄທ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ຕາມຄວາມຮັບຜິດຊອບຕາມການແບ່ງງານດ້ວຍຄວາມເອົາໃຈໃສ່, ປືກສາຫາລື, ລາຍງານກວດກາຢ່າງເປັນປົກ ກະຕິ, ປະສານສົມທົບໂດຍຜ່ານທາງການທູດ ກັບກົມການຈັດຫາງານໄທ ເພື່ອໃຫ້ການຮ່ວມມືຢ່າງເຕັມສ່ວນໃນການຂົນຂວາຍປະຊາສຳພັນ, ພັກດັນ ຫລື ນຳເອົາຜູ້ອອກແຮງງານກຸ່ມບັດສີບົວທີ່ໄດ້ຂຶ້ນທະບຽນ ຈຳນວນທີ່ຍັງເຫລືອອອກມາປັບສະຖານະພາບຕາມກຳນົດເວລາທີ່ໄດ້ກຳນົດໄວ້ຮ່ວມກັນໃຫ້ທັນເວລາ.
Editor: ຂ່າວສານແຮງງານສະຫວັດດີການ-ສັງຄົມ