ໂຄງການເສັ້ນທາງ ບ້ານໜອງໄຮ-ບ້ານດົງຄຳຊ້າງ ເກືອບວ່າສຳເລັດເປັນສ່ວນໃຫຍ່ແລ້ວ ເຫຼືອແຕ່ວຽກງານທາງຍ່າງ ເຊັ່ນ: ວາງທໍ່ລະບາຍນ້ຳ ແລະ ຕິດຕັ້ງໄຟເຍືອງທາງ ປັດຈຸບັນພາກສ່ວນຮັບເໝາະກໍ່ສ້າງກຳລັງເລັ່ງມືໃຫ້ທາງເສັ້ນນີ້ສຳເລັດໂດຍໄວ ແຕ່ປະຊາຊົນຜ່ານໄປມາຕ້ອງເລີ່ມປະເຊີນກັບຂີ້ຝຸ່ນ ແລະ ຄວນລະມັດລະວັງສັນຈອນໄປ-ມາ.
ຈາກການຜູ້ສື່ຂ່າວລົງສຳຫຼວດເສັ້ນທາງ ເຫັນວ່າ: ເສັ້ນທາງໜອງໄຮ-ດົງຄຳຊ້າງ ມີການກໍ່ສ້າງສ້າງໂດຍມີການຂຸດທໍ່ລະບາຍນ້ຳຂະຫນາດກວ້າງ 1-2 ເມັດ ແລະ ຍາວ 4-5 ແມັດ, ຄວາມເລິກແມັດກວ່າ ແລະ ໄລຍະທາງຍາວເປັນ 300-400 ກວ່າແມັດ (ລະຫວ່າງຈາກບ້ານດົງຄຳຊ້າງ-ໜອງໄຮ), ມີລົດຈົກເປັນໄລຍະຫຼາຍ 10 ຂຸມ ທັງສອງຝາກທາງໂດຍກຳມະກອນຮັບເໝົາເປັນຊາວຫວຽດນາມ. ແຕ່ສິ່ງທີ່ໜ້າເປັນຫວ່ງກໍ່ຄື: ສອງຝາກທາງທີ່ຂຸດນັ້ນມີຂະໜາດກວ້າງ ເຮັດໃຫ້ເກີດເປັນຝຸ່ນອອກມາອີກເບື້ອງລະແມັດ ແລະ ເປັນຂຸມໃຫຍ່ ແລະ ບໍ່ມີປ້າຍເຕືອນລະວັງ.
ຈາກການຕິດຕາມເຫັນວ່າ ເສັ້ນທາງນີ້ມີການຈົກຂຸດດິນ ທັງສອງຝາກທາງ ເຮັດໃຫ້ໃຫ້ກາຍເປັນຝຸ່ນ, ສອງຝາກທາງນອກຈາກຂຸມທໍ່ລະບາຍແລ້ວ ຍັງມີຂຸມກຽມຈະໃສໄຟເຍືອງທາງບໍ່ມີຜາປິດ ແລະ ສັງເກດໄປກວ່ານັ້ນ ຄືບໍ່ມີປ້າຍເຕືອນລະວັງທຸກບ່ອນ, ມີບາງບ່ອນສ່ວນຫຼາຍໜ້າບ້ານໃຜແມ່ນເຮັດແນວປ້ອງກັນເອງ. ສະນັ້ນ ໃຫ້ທຸກຄົນລະວັງຄ່ອຍໄປຄ່ອຍມາ ແລະ ບໍລິສັດຮັບເໝາະຄວນມີປ້າຍເຕືອນລະວັງ, ມີອຸປະກອນກີດກັ້ນຄັກແນ່.
Editor: ເສດຖະກິດ-ການຄ້າ