ໂຄງການກໍ່ສ້າງທາງຢາງສອງຊັ້ນ ຂອງເມືອງຊຳໃຕ້, ແຂວງຫົວພັນ ອອກສູ່ປະເທດ ສສ ຫວຽດນາມ ມີຄວາມຍາວທັງໝົດ 108 ກິໂລແມັດ, ກ້ວາງ 7 ແມັດ, ເຊີ່ງເລີ່ມລົງມືກໍ່ສ້າງນັບແຕ່ຕົ້ນປີ 2015 ມາເຖິງປະຈຸບັນມີຄວາມຄືບໜ້າ 80 ສ່ວນຮ້ອຍ, ຄາດວ່າກາງປີ 2018 ຈະໃຫ້ສຳເລັດ 100 ສ່ວນຮ້ອຍ. ລວມມູນຄ່າການກໍ່ສ້າງທັງໝົດ 80 ລ້ານໂດລາ, ໂດຍແມ່ນບໍລິສັດ ຈິດຈະເລີນກໍ່ສ້າງ ເປັນຜູ້ຮັບເໝົາກໍ່ສ້າງ, ແລະ ແມ່ນທືນກູ້ຢືມຈາກທະນາຄານລົງທືນ ແລະ ພັດທະນາຫວຽດນາມ ສະໜັບສະໜູນ. ເປັນເຈົ້າຂອງໂຄງການໂດຍແມ່ນ ກົມຂົວທາງ, ກະຊວງໂຍທາທິການ ແລະ ຂົນສົງ. ໂຄງການດັ່ງກ່າວໄດ້ແບ່ງເປັນ 2 ສັນຍາເປັນຕົ້ນ: ສັນຍາທີ່ 1 ແມ່ນທາງເລກທີ ສາມສອງສູນຫົກ (3206) ແຕ່ເທດສະບານເມືອງຊໍາໃຕ້ ເຖິງ ດ່ານປະເພນີທ່າເຫຼົ້າ ຊາຍແດນລາວ-ຫວຽດ ມີຄວາມຍາວ 67 ກິໂລແມັດ, ປະກອບມີຂົວເບຕົງເສີມເຫຼັກວັກແຮງສູງຂະໜາດ 2 ຈຸດ, ຈຸດຂ້າມນໍ້າຊຳ ເທດສະບານເມືອງ ແລະ ຈຸດຂ້າມນໍ້າເຜືອ ບ້ານພຽງເຜືອ. ສັນຍາທີ່ 2 ແຕ່ທາງສາມແຍກບ້ານນາງຊາງ ເຖິງ ທົ່ງທູ້ ຊາຍແດນລາວ-ຫວຽດ ເຊັ່ນດຽວກັນ ແລະ ທາງຊອດເທດສະບານເມືອງຊຳໃຕ້ ລວມຄວາມ 41 ກິໂລແມັດ, ປະກອບມີຂົວເບຕົງເສີມເຫຼັກວັກແຮງສູງ ຢູ່ 1ຈຸດຄື: ຈຸດຂ້າມນໍ້າຊໍາ ບ້ານພຽງຄູນ.
ທ່ານ ຫົວຫນ້າໂຄງການ ກໍ່ສ້າງເສັ້ນທາງ ໄດ້ເປີດເຜີຍຕໍ່ນັກຂ່າວ ວ່າ: ປະຈຸບັນແມ່ນກໍາລັງ ຈັດຕັ້ງປະຕິບັດຫນ້າວຽກໃນຫລາຍຫນ້າວຽກແມ່ນ ໃກ້ຈະສໍາເລັດ ໂດຍສະເພາະ ຫນ້າວຽກລົງຊັ້ນຮອງຟື້ນທາງ ຫຼື ຊັບເບດ, ວຽກລົງຢາງກັນເປື່ອນ, ວຽກການວາງທໍ່, ກໍ່ຫ້ອງລະບາຍແຄມທາງ. ການກໍ່ສ້າງເສັ້ນທາງດັ່ງກ່າວຖ້າວ່າ 2 ເສັ້ນທາງດັ່ງກ່າວສຳເລັດ ແມ່ນຈະເຮັດມີຄວາມສະດວກສະບາຍຕໍ່ການສັນຈອນ ກໍ່ຄືການສ້າງພັດທະນາ ເສດຖະກິດ-ສັງຄົມ, ຂອງເມືອງຊຳໃຕ້ ນັບມື້ດີຂື້ນເປັນຕົ້ນ, ການໄປມາຄ້າ-ຂາຍ, ແລກປ່ຽນສິນຄ້າ, ການບໍລິການ ແລະ ການທ່ອງທ່ຽວ. ທັ້ງນີ້ກໍ່ຍ້ອນຄວາມເອົາໃຈໃສ່ຂອງພັກ-ລັດຖະບານ ທີ່ຍາມໃດກໍ່ຊອກທຸກວິທີທາງເພື່ອພັດທະນາຊົນນະບົດ ໃຫ້ເທົ້າທຽມກັບຕົວເມືອງ ແລະ ເປັນການຢັ້ງຢືນໃນການຈັດຕັ້ງປະຕິບັດ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍ ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາ ໃຫ້ປະກົດຜົນເປັນຈິງ
ທີມຂ່າວ ເມືອງຊໍາໄຕ້, ແຂວງຫົວພັນ
Editor: ກຳປານາດ ລັດຖະເຮົ້າ