ໃນຕອນເຊົ້າ 14 ພະຈິກ 2017 ຜ່ານມານີ້, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຊະນະສົມບູນ ຮ່ວມກັບ ຄະນະພັກຮາກຖານ, ອໍານາດການປົກຄອງບ້ານໃຫ່ຍພັດທະນາຄໍາແປງ ເມືອງຊະນະສົມບູນ, ແຂວງຈຳປາສັກ, ໄດ້ຈັດພິທີເປີດຂະບວນການສັກຢາປ້ອງກັນພະຍາດສັດ ເນື້່ອງໃນໂອກາດວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ 11 ພະຈິກ. ເຊີ່ງພິທີເປີດດັ່ງກ່າວ ແມ່ນໄດ້ຈັດຂື້ນຢູ່ທີ່ຫ້ອງການກຸ່ມ 2. ຮັບກຽດເຂົ້າຮ່ວມເປັນປະທານກ່າວເປີດຂອງ ທ່ານ ສຸບັນ ໄຕໄຊຍະວົງ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆຊະນະສົມບູນ. ເຂົ້າຮ່ວມຄັ້ງນີ້ມີ ທ່ານ ຄຳໃບ ສີສຸວົງ ຫົວໜ້າຂະແໜງການລ້ຽງສັດ ແລະ ການປະມົງ ພະແນກກະສິກຳ ແລະ ປ່າໄມ້ແຂວງຈຳປາສັກ ພ້ອມດ້ວຍທ່ານ ເສິດ ມະໂນທຳ ກຳມະການພັກເມືອງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ່ເມືອງ ມີຫົວໜ້າຫ້ອງການທີ່ກ່ຽວຂ້ອງຂອງເມືອງ ແລະ ອຳນາດການປົກຄອງ,ພໍ່ແມ່ປະຊາຊົນຊາວບ້ານໃຫ່ຍພັດທະນາຄຳແປງເຂົ້າຮ່ວມຢ່າງພ້ອມພຽງ.
ໃນໄລຍະຊຸມປີຜ່ານມາທົ່ວເມືອງຊະນະສົມບູນ ນັບວ່າເປັນເມືອງໜຶ່ງ ທີ່ໄດ້ຮັບຜົນກະທົບຈາກໂລກລະບາດພະຍາດທີ່ເກິດຂື້ນກັບສັດເປັນຕົ້ນປະເພດສັດໃຫ່ຍ ເຊັ່ນ: ຄວາຍ,ງົວ ແລະ ສັດປິກ ລົ້ມຕາຍເປັນຈຳນວນຫຼວງຫຼາຍໃນແຕ່ລະປີ.ສາເຫດຍ້ອນລະບົບການບໍລິການສັກຢາປ້ອງກັນພະຍາບໍ່ທົ່ວເຖີງ,ພໍ່ແມ່ປະຊາຊົນຍັງຂາດຄວາມຮູ້ດ້ານເຕັກນິກວິຊາການ. ແຕ່ເຖີງຢ່າງໃດກໍ່ຕາມເພື່ອປູກຈິດສຳນຶກໃຫ້ກັບພໍ່ແມ່ປະຊາຊົນໃຫ້ມີສະຕິຕື່ນຕົວ ເອົາໃຈໃສ່ ແລະໃຫ້ຄວາມຮູ້ວິທີການປ້ອງກັນດູແລຮັກສາສຸຂະພາບຂອງສັດ ໂດຍຖືເອົາການປ້ອງກັນເປັນບັນຫາຕົ້ນຕໍ ແລະ ຖືເອົາບັນຫາການປີ່ນປົວເປັນສິ່ງສຳຄັນ ດັ່ງນັ້ນທາງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຈິ່ງຮ່ວມກັບເລຂາຄະນະພັກຮາກຖານກຸ່ມ - ບ້ານ,ໃນທົ່ວເມືອງ ມີ 5 ກຸ່ມ 47 ບ້ານ 86 ຄຸ້ມ, ພ້ອມກັນເຄື່ອນໄຫວສ້າງຂະບວນການສັກຢາປ້ອງກັນພະຍາດສັດຂື້ນໃນທຸກໆປີ ໂດຍສະເພາະເນື່ອງໃນໂອກາດວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ 11 ພະຈິກ ປີ 2017 ນີ້ ,ມີຈຳນວນສັດໄດ້ຮັບການສັກຢາປ້ອງກັນພະຍາດທົ່ວເມືອງ ປະເພດສັດລ້ຽງຄວາຍ ໄດ້ຮັບວັກຊີນເຕົ້າໂຮມເລືອດ ມີ 750 ໂຕ, ງົວ 2,625 ໂຕ, ສ່ວນວັກຊີນປາກເປື່ອຍລົງເລັບຄວາຍ ມີ 80 ໂຕ, ງົວ 30 ໂຕ, ໂດຍອິງຕາມຕົວເລກທົ່ວເມືອງມີຄວາຍລວມທັງໝົດ 7,312 ໂຕ, ງົວ 13,241 ໂຕ, ໝູ 35,959 ໂຕ, ແບ້ 5,445 ໂຕ ແລະ ສັດປິກ 565,110 ໂຕ. ປັດຈຸບັນທາງໜ່ວຍງານທີ່ກ່ຽວຂ້ອງໄດ້ສຶບຕໍ່ເຄື່ອໄຫວບໍລິການສັກຢາປ້ອງກັນພະຍາດສັດໃຫ້ກັບປະຊາຊົນໃນແຕ່ລະບ້ານຢ່າງເປັນຂະບວນຟົດຟື້ນ.
ຂ່າວຈາກ ຫ້ອງການ ຖວທ ເມືອງຊະນະສົມບູນ
Editor: ກຳປານາດ ລັດຖະເຮົ້າ