ການພັດທະນາກະສິກໍາ ແລະ ການຜະລິດກະສິກໍາສະອາດ ແມ່ນແນວທາງນະໂຍບາຍຂອງການພັດທະນາກະສິກໍາໃນໄລຍະໃຫມ່ ຂອງລາວ, ລວມທັງພາກພື້ນ ແລະ ສາກົນ. ເຊີ່ງເປັນລະບົບການຜະລິດທີ່ຄໍານຶງເຖິງການນໍໃຊ້ຊັບພະຍາກອນທໍາມະຊາດແບບຍືນຍົງ, ເປັນການຜະລິດທີ່ສະຫນອງອາຫານທີ່ປອດໄພໃຫ້ແກ່ສັງຄົມ ເປັນທີ່ຍອມຮັບຂອງຕະຫລາດພາຍໃນ ແລະ ຕ່າງປະເທດ, ກະສິກໍາສະອາດ ປະກອບມີ 4 ມາດຕະຖານທີ່ນໍາໃຊ້ໃນປະຈຸບັນ ເຊັ່ນ: ລະບົບການຜະລິດກະສິກໍາອິນຊີ, ກະສິກໍາທີ່ດີ. ລະບົບການຜະລິດປອດຢາປາບສັດຕູພຶດ ແລະ ລະບົບການຜະລິດທໍາມະຊາດ.
ການຜະລິດກະສິກໍາສະອາດ ໄດ້ມີບົດບາດສໍາຄັນຕໍ່ເປົ້າຫມາຍການພັດທະນາກະສິກໍາທີ່ຍືນຍົງ ໃນທົ່ວຖລກໄດ້ມີອັດຕາເພີ່ມຂື້ນ ສະເລ່ຍ 20 ສ່ວນຮ້ອຍ ນັບແຕ່ປີ 2002 ເປັນຕົ້ນມາ, ໃນປີ 2006 ການພັດທະນາກະສິກໍາອິນຊີໄດ້ຂະຫຍາຍຕົວ ກວມເອົາ 110 ປະເທດ ມີພື້ນທີ່ການຜະລິດທັງໝົດ 319,6 ລ້ານເຮັກຕາ, ແລະ ຈາກການສຶກສາຂອງສະຫະພັນກະສິກໍາອິນຊີ ຂອງໂລກ ພົບວ່າ ຈະມີແນວໂນ້ມຂະຫຍາຍຕົວ 10-15 ສ່ວນຮ້ອຍ ຕໍ່ປີ ໃນຊຸ່ມປີຕໍ່ຫນ້າ.
ສໍາລັບ ສປປ ລາວ ເລີ່ມແຕ່ປີ 2004 ເປັນຕົ້ນມາ ກະສິກໍາອິນຊີ ໄດ້ພັດທະນາຈາກກະສິກໍາແບບທໍາມະຊາດເຂົ້າສູ່ລະບົບການຜະລິດທີ່ມີມາດຕະຖານ ທີ່ມີການເຊື່ອມຟຍງກັບພາກພື້ນ ແລະ ສາກົນ, ເປັນຕົ້ນແມ່ນ ການພັດທະນາອົງກອນ ດ້ານນິຕິກໍາ, ບຸກຄະລາກອນການຜະລິດ, ການຕະຫລາດ, ລະບົບການຢັ້ງຢືນການຜະລິດ. ກະສິກໍາອິນຊີ ຢູ່ລາວ ແມ່ນມີຢູ່ 2 ແບບ ເຊັ່ນ: ການຜະລິດແບບຟາມດຽວ ( ບໍລິສັດ) ແລະ ການຜະລິດແບບລວມໂຕຈັບເປັນກຸ່ມຜະລິດ. ມາໃນປະຈຸບັນແມ່ນໄດ້ກວມເອົາ 8 ແຂວງ ໃນທົ່ວປະເທດ ຄື: ທີ່ນະຄອນຫລວງວຽງຈັນ, ຫລວງພະບາງ, ຂຽງຂວາງ, ອຸດົມໄຊ, ສະຫວັນນະເຂດ, ຈໍາປາສັກ ແລະ ໄຊຍະບູລີ. ໃນນີ້ ຊາວກະສິກໍາ ໄດ້ຮັບການຝຶກອົບຮົມທັງໝົດ 5 ພັນເທື່ອຄົນ, ໄດ້ຮັບການຢັ້ງຢຶນທັງໝົດ 49 ຫົວຫນ່ວຍ ( ແບບດຽວ 23 ຫົວຫນ່ວຍ ແລະ ແບບກຸ່ມ 26 ກຸ່ມ, ຊາວກະສິກອນ 2.785 ຄອບຄົວ, 155 ກຸ່ມຍ່ອຍ ມີເນື້ອທີ່ 3.327 ເຮັກຕາ. ການຜະລິດກະສິກໍາທີ່ດີ ເລີ່ມມາແຕ່ປີ 2012 ໄດ້ດັດປັບມາດຕະຖານກະສິກໍາທີ່ດີຂອງອາຊຽນ ມາຮັບໃຊ້ ເປັນມາດຕະຖານໃນລາວ ຕະຫລອດໄລຍະການຜະລິດກະສິກໍາທີ່ດີ ໄດ້ສ້າງ ແລະ ພັດທະນາຫລັກສູດອົບຮົມ, ສ້າງສວນຕົວແບບ ວິຊາການໂຄສະນາເຜີຍແຜ່ຕາມຫລັກການ ແລະ ຮູບແບບຂອງການພັດທະນາກະສິກໍາອິນຊີ ການຜະລິດກະສິກໍາທີ່ດີ ປະຈຸບັນມີກຸ່ມ ແລະ ຟາມທີ່ໄດ້ຮັບການຢັ້ງຍືນ ຈາກກົມປູກຝັງ ທັງໝົດ 15 ຫົວຫນ່ວຍ, 12 ກຸ່ມ ມີຊາວກະສິກອນ 300 ຄອບຄົວ, ມີເນື້ອທີ່ໄດ້ຮັບການຢັ້ງຍືນທັງໝົດ 1.200 ເຮັກຕາ ກວມເອົາ 4 ແຂວງ ຄື: ນະຄອນຫລວງວຽງຈັນ, ຄໍາມ່ວນ, ແຂວງວຽງຈັນ ແລະ ແຂວງຈໍາປາສັກ.
Editor: ກຳປານາດ ລັດຖະເຮົ້າ