ເມືອງທ່າແຕງ, ແຂວງເຊກອງ ໄດ້ຈັດກິດຈະກໍາສັກຢາປ້ອງກັນພະຍາດສັດລ້ຽງແຫ່ງຊາດ ຂື້ນໃນເມື່ອບໍ່ດົນ ຜ່ານມານີ້, ຢູ່ທີ່ບ້ານກັນດອນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສົມເພັດ ເອິດລັດດາ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງທ່າແຕງ, ມີບັນດາຫົວໜ້າ-ຮອງຫ້ອງການ, ຫົວໜ້າ-ຮອງເຂດພັດທະນາ 6 ເຂດ, ຄະນະພັກຮາກຖານ-ນາຍບ້ານອ້ອມຂ້າງ, ພະນັກງານສັດຕະວະແພດ, ຄູ-ອາຈານ ພ້ອມດ້ວຍນ້ອງນັກຮຽນ 100 ກວ່າຄົນເຂົ້າຮ່ວມ.
ທ່ານ ສຸພົນ ໄຊສະຫງ່າ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ທ່າແຕງ ໄດ້ຂື້ນຫວນຄືນປະຫວັດຄວາມເປັນມາຂອງວັນສັກຢາປ້ອງກັນພະຍາດສັດລ້ຽງແຫ່ງຊາດ ໂດຍສືບຕໍ່ປະຕິບັດຕາມທິດນໍາສາມສ້າງຂອງພັກ, ລັດວາງອອກ ໃຫ້ຕິດພັນກັບແຜນພັດທະນາກະສິກໍາ ແລະ ປ່າໄມ້ເມືອງໃນແຕ່ລະໄລຍະ, ດັ່ງນັ້ນ ພັກ ແລະ ລັດຖະບານແຫ່ງສ ປປ ລາວ ໄດ້ໃຫ້ຄວາມໝາຍສໍາຄັນຕໍ່ກັບການສັກຢາປ້ອງກັນພະຍາດ ໂດຍໄດ້ກໍານົດເອົາວັນທີ 11 ພະຈິກຂອງທຸກໆປີ ເປັນວັນສັກຢາປ້ອງກັນພະຍາດແຫ່ງຊາດ, ເຊິ່ງໃນແຕ່ລະປີເມື່ອເຖິງວັນດັ່ງກ່າວ ມີຫຼາຍທ້ອງຖິ່ນກໍ່ໄດ້ຈັດພິທີຂື້ນ ເພື່ອສ້າງຂະບວນການຮັກສາສຸຂະພາບສັດລ້ຽງຢ່າງເປັນຂະບວນການຝົດຟື້ນ ໂດຍແນໃສ່ໃຫ້ແຕ່ລະເຂດປອດພະຍາດສັດລ້ຽງແຕ່ລະປະເພດ. ອັນພົ້ນເດັ່ນ ໄລຍະ 3 ປີ (2015-2017) ໄດ້ສັກຢາປະເພດຄວາຍ ມີ 4 ພັນ 7 ຮ້ອຍກວ່າໂຕ, ງົວ ມີ 30 ພັນກວ່າໂຕ, ໝູ ມີ 40 ພັນກວ່າໂຕ, ແບ້ມີ 3 ພັນກວ່າໂຕ, ແກະມີ 28 ໂຕ, ສັດປີກ ມີຈໍານວນ 9 ແສນກວ່າໂຕ, ປະຈຸບັນໄດ້ສໍາເລັດການສັກຢາແລ້ວປະເພດຄວາຍ, ໝູ, ສັດປີກມີທັງໝົດ 3 ຮ້ອຍກວ່າໂຕ, ຄາດຄະເນຈະສືບຕໍ່ສັກຢາປ້ອງກັນພະຍາດສັດລ້ຽງຂອງປະຊາຊົນພາຍໃນ 6 ເຂດທົ່ວເມືອງ ທ່າແຕງ ໃຫ້ສໍາເລັດໃນທ້າຍເດືອນພະຈິກນີ້. ເຊິ່ງພິທີດັ່ງກ່າວ ກໍ່ໄດ້ມອບໃບຍ້ອງຍໍໃຫ້ບຸກຄົນທີ່ມີຜົນງານປະກອບສວນເຂົ້າໃນວຽກງານສັດຕະວະແພດ ໂດຍເປັນກຽດກ່າວມອບຂອງ ທ່ານ ສົມເພັດ ເອິດລັດດາ ຮອງເຈົ້າເມືອງ-ເມືອງ ທ່າແຕງ.
ໂອກາດນີ້ ທ່ານ ສົມເພັດ ເອິດລັດດາ ຄະນະປະຈໍາພັກເມືອງ-ຮອງເຈົ້າເມືອງທ່າແຕງ ໄດ້ສະແດງຍ້ອງຍໍຊົມເຊີຍມາຍັງພະແນກຂັ້ນແຂວງ, ຫ້ອງການ ທີ່ໄດ້ປະສານສົມທົບກັບພາກສວນກ່ຽວຂ້ອງ ເພື່ອເຕົ້າໂຮມຊຸມນຸມ ໃນວັນສັກຢາປ້ອງກັນພະຍາດສັດລ້ຽງແຫ່ງຊາດ. ພ້ອມຮຽກຮ້ອງມາຍັງແຕ່ລະເຂດທົ່ວເມືອງ ທ່າແຕງ,ຄະນະພັກ-ນາຍບ້ານ, ສັດຕະວະແພດ, ຄູ-ອາຈານ ຈົ່ງນໍາເອົາເນື້ອໃນຈິດໃຈຄັ້ງນີ້ ນໍາໄປຈັດຕັ້ງປະຕິບັດ, ຜັນຂະຫຍາຍເນື້ອໃນຢ່າງຮັດກຸ່ມ ໂດຍກໍານົດເອົາລະບຽບການ,ມາດຕະການ, ແນວທາງນະໂຍບາຍຂອງພັກ, ລະບຽບຂອງລັດທີ່ກ່ຽວຂ້ອງ ເພື່ອປຸກລະດົມໃຫ້ປະຊາຊົນລາວບັນດາເຜົ່າ, ນັກຮຽນຮູ້ປັນຍາຊົນມີຈິດສໍານຶກ, ເປັນເຈົ້າການຄຸ້ມຄອງ-ຮັກສາສຸຂະພາບສັດລ້ຽງຂອງຕົນໃຫ້ດີຂື້ນກວ່າເກົ່າ ພ້ອມທັງຫັນເອົາສັດລ້ຽງຂອງຕົນ ໄດ້ເຂົ້າຮ່ວມໃນພິທີວັນດັ່ງກ່າວໃຫ້ນັບມື້ນັບຫຼາຍຂື້ນ. ຂະນະດຽວກັນ ກໍ່ໄດ້ຈັດກິດຈະກໍາສັກຢາປ້ອງກັນພະຍາດສັດລ້ຽງໃຫ້ປະຊາຊົນ ເຊິ່ງນໍາໂດຍ ທ່ານ ສົມເພັດ ເອິດລັດດາ ຮອງເຈົ້າເມືອງ-ເມືອງ ທ່າແຕງ ພ້ອມພາກສວນກ່ຽວຂ້ອງເຂົ້າຮ່ວມຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ